ກຸ່ມກໍ່ການຮ້າຍລັດລົດຕາມທາງຫຼວງຂອງປາກິດສະຖານ, ເຮັດໃຫ້ 11 ຄົນເສຍຊີວິດ 4 ຄົນບາດເຈັບ

2024-04-14 14:09:18 cri

ວັນທີ 13 ເມສານີ້, ເຈົ້າໜ້າທີ່ປາກິດສະຖານກ່າວວ່າ: ກຸ່ມກໍ່ການຮ້າຍກຸ່ມໜຶ່ງໄດ້ຕັ້ງເຄື່ອງກີດຂວາງຢູ່ຕາມທາງຫຼວງຢູ່ແຂວງບາໂລຈິສຕານ ປະເທດປາກິດສະຖານ ເພື່ອລັດຕີຜູ້ໂດຍສານຢູ່ໃນລົດທີ່ເດີນທາງຜ່ານ, ຢ່າງໜ້ອຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນ ແລະ ບາດເຈັບ 4 ຄົນ.

ເຈົ້າໜ້າທີ່ທ່ານໜຶ່ງຂອງທ້ອງຖິ່ນດັ່ງກ່າວກ່າວວ່າ: ການຕັ້ງເຄື່ອງກີດຂວາງລັດລົດຕາມທາງຫຼວງຂອງກຸ່ມກໍ່ການຮ້າຍດັ່ງກ່າວໄດ້ດຳເນີນເປັນເວລາປະມານ 90 ນາທີ, ຫຼັງຈາກນັ້ນ ໄດ້ເກີດການຍິງກັນກັບກອງທັບຮັກສາຄວາມໝັ້ນຄົງ ແລ້ວໜີໄປຈາກສະຖານທີ່ເກີດເຫດ. ປັດຈຸບັນ, ກອງທັບຮັກສາຄວາມໝັ້ນຄົງພວມໄລ່ລ່າພວກກໍ່ການຮ້າຍຢູ່ທ້ອງຖິ່ນດັ່ງກ່າວ.

ທ່ານມູຮາເມັດ ຊາບາສ ຊາຣີຟ ນາຍົກລັດຖະມົນຕີປາກິດສະຖານໄດ້ອອກຖະແຫຼງການ ໂດຍກ່າວປະນາມເຫດການກໍ່ການຮ້າຍດັ່ງກ່າວ ທັງສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຕິດຕາມຈັບກຸມພວກກໍ່ການຮ້າຍດັ່ງກ່າວໂດຍໄວ.