ຂະບວນລົດໄຟຈີນ-ເອີຣົບເປີດແລ່ນລົດໄດ້ 4.541 ຂະບວນໃນໄຕມາດທຳອິດປີນີ້

2024-04-14 15:34:42 cri

ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນໃຫ້ຮູ້ວ່າ: ໄຕມາດທຳອິດປີນີ້, ຂະບວນລົດໄຟຈີນ-ເອີຣົບໄດ້ເປີດແລ່ນລົດທັງໝົດ 4.541 ຂະບວນ ແລະຂົນສົ່ງສິນຄ້າ 493.000 ຕູ້ຄອນເທນເນີມາດຕະຖານ, ຕ່າງໄດ້ເພີ່ມຂຶ້ນ 9% ແລະ 10% ຕາມລຳດັບ. ນັບມາຮອດທ້າຍເດືອນມີນາປີນີ້, ຂະບວນລົດໄຟຈີນ-ເອີຣົບໄດ້ເປີດແລ່ນລົດທັງໝົດຫຼາຍກວ່າ 87.000 ຂະບວນ ແລະ ເດີນທາງໄປເຖິງ 222 ຕົວເມືອງຂອງ 25 ປະເທດເອີຣົບ.

ເຈົ້າໜ້າທີ່ພະແນກຂົນສົ່ງສິນຄ້າຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນກ່າວວ່າ: ຂະບວນລົດໄຟຈີນ-ເອີຣົບໄດ້ເດີນທາງໄປຕົວເມືອງເອີຣົບນັບມື້ນັບຫຼາຍຂຶ້ນ ແລະ ປະລິມານການຂົນສົ່ງນັບມື້ນັບເພີ່ມຂຶ້ນ ໄດ້ສ່ອງແສງໃຫ້ເຫັນວ່າ, ການຄ້າກັບຕ່າງປະເທດຂອງຈີນນັບມື້ນັບດີຂຶ້ນ.