ອິດສະຣາແອນຖະແຫຼງວ່າ: ກຸ່ມຮາມັສເປັນອຸປະສັກພຽງໜຶ່ງດຽວໃນການບັນລຸສັນຍາວ່າດ້ວຍການແລກປ່ຽນຜູ້ທີ່ຖືກກັກຂັງ

2024-04-14 14:08:16 cri

ວັນທີ 13 ເມສານີ້, ຫ້ອງການທ່ານເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ໄດ້ອອກຖະແຫຼງການວ່າ: ອຸປະສັກພຽງໜຶ່ງດຽວໃນການບັນລຸສັນຍາວ່າດ້ວຍການແລກປ່ຽນຜູ້ທີ່ຖືກກັກຂັງນັ້ນແມ່ນກຸ່ມຮາມັສ, ຫາກບໍ່ແມ່ນປັດໄຈໃດໆຈາກອິດສະຣາແອນ.

ໂດຍແນ່ໃສ່ກຸ່ມຮາມັສທີ່ຮຽກຮ້ອງໃຫ້ຢຸດຍິງຖາວອນ ແລະ ໃຫ້ກອງທັບອິດສະຣາແອນຖອນອອກຈາກເຂດກາຊາ, ຖະແຫຼງການດັ່ງກ່າວລະບຸວ່າ: ຄະນະລັດຖະບານ ແລະ ກອງທັບຮັກສາຄວາມໝັ້ນຄົງຂອງອິດສະຣາແອນຕ່າງກໍຄັດຄ້ານ “ຄຳຮຽກຮ້ອງທີ່ໄຮ້ເຫດຜົນ” ເຫຼົ່ານີ້.

ນອກນີ້, ຖະແຫຼງການດັ່ງກ່າວຍັງຊີ້ອອກວ່າ: ເຖິງແມ່ນວ່າໜ່ວຍງານເຈລະຈາຂອງອິດສະຣາແອນໄດ້ຮັບການມອບສິດຢ່າງກວ້າງຂວາງຈາກນາຍົກລັດຖະມົນຕີ ແລະ ຄະນະລັດຖະບານອິດສະຣາແອນກໍຕາມ, ແຕ່ຈົນມາຮອດປັດຈຸບັນ, ກຸ່ມຮາມັສປະຕິເສດການບັນລຸສັນຍາ ແລະ ການໃຫ້ຜ່ອນຜັນທຸກປະການ.