ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາແລະອິດສະຣາແອນກ່າວຢ້ຳວ່າ ອາເມຣິກາຈະສະໜັບສະໜູນອິດສະຣາແອນ

2024-04-14 12:45:02 cri

ກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການໃນວັນທີ 13 ເມສານີ້ວ່າ: ທ່ານລອຍ ໂອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ສົນທະນາກັບທ່ານຢົວ ກາແລນ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນໂດຍຜ່ານທາງໂທລະສັບ, ສອງຝ່າຍໄດ້ເປິກສາຫາລືກັນກ່ຽວກັບສະຖານະການຂອງພາກພື້ນ.


ທ່ານລອຍ ໂອສຕິນ ໄດ້ກ່າວຢ້ຳເຖິງການສະໜັບສະໜູນການປ້ອງກັນປະເທດຂອງອິດສະຣາແອນ ທັງກ່າວວ່າ: ອິດສະຣາແອນສາມາດປ້ອງກັນຕົນເອງເພື່ອຫຼີກເວັ້ນການຫຼອນໂຈມຕີຈາກອີຣານ ແລະ ຕົວແທນຂອງເຂົາຢູ່ພາກພື້ນນັ້ນ ໂດຍອີງໃສ່ການສະໜັບສະໜູນຢ່າງສຸດຂີດຂອງອາເມຣິກາ.