ອີຣານໂຈມຕີເປົ້າໝາຍທາງການທະຫານຂອງອິດສະຣາແອນຢ່າງສຳເລັດຜົນ

2024-04-14 12:43:21 cri

ວັນທີ 14 ເມສານີ້, ກອງປ້ອງກັນການປະຕິວັດອິດສະລາມອີຣານໄດ້ອອກຖະແຫຼງການສະບັບທີ 2 ກ່ຽວກັບການເຄື່ອນໄຫວທາງການທະຫານຂອງຕົນ ໂດຍລະບຸວ່າ: ຍ້ອນວ່າອົງການຈັດຕັ້ງສາກົນ ໂດຍສະເພາະແມ່ນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ບໍ່ຍອມກ່າວປະນາມອິດສະຣາແອນໃນກໍລະນີທີ່ຫຼອນໂຈມຕີອົງການຈັດຕັ້ງທາງການທູດຂອງອີຣານ, ເພື່ອຕອບໂຕ້ໂທດກຳດັ່ງກ່າວຂອງອິດສະຣາແອນ, ກອງປ້ອງກັນການປະຕິວັດອິສະລາມອີຣານໄດ້ໂຈມຕີເປົ້າໝາຍທາງການທະຫານທີ່ສຳຄັນຢູ່ໃນດິນແດນອິດສະຣາແອນ ດ້ວຍຄວາມສາມາດທາງດ້ານຂ່າວລັບຍຸດທະສາດ, ລູກສອນໄຟນຳວິຖີ ແລະ ເຮືອບິນບໍ່ມີຄົນຂັບຂອງຕົນ ແລະ ໄດ້ຍິງຖືກທັງທຳລາຍເປົ້າໝາຍເຫຼົ່ານີ້ຢ່າງປະສົບຜົນສຳເລັດ.

ອີຣານກ່າວເຕືອນລັດຖະບານອາເມຣິກາວ່າ, ການກະທຳໃດໆ ທີ່ສະໜັບສະໜູນ ແລະ ເຂົ້າຮ່ວມການທຳລາຍຜົນປະໂຫຍດຂອງອີຣານ ລ້ວນແຕ່ຈະຖືກກຳລັງປະກອບອາວຸດອີຣານຕອບໂຕ້ຄືນຢ່າງເດັດຂາດ. ນອກນີ້, ອາເມຣິກາມີຄວາມຮັບຜິດຊອບຕໍ່ການກະທຳທີ່ອະທຳຂອງອຳນາດການປົກຄອງອິດສະຣາແອນ, ຖ້າອຳນາດການປົກຄອງອິດສະຣາແອນບໍ່ຖືກສະກັດກັ້ນຢູ່ພາກພື້ນນີ້, ອາເມຣິກາຕ້ອງຮັບຜິດຊອບຜົນຢ້ອນຫຼັງທີ່ເກີດຂຶ້ນຕາມມາ.

ໃນຂະນະທີ່ເນັ້ນໜັກເຖິງນະໂຍບາຍມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນກັບປະເທດແລະເຂດແຄວ້ນໃກ້ຄຽງ, ເຈົ້າໜ້າທີ່ອີຣານກ່າວວ່າ: ຖ້າອາເມຣິກາ ແລະ ອິດສະຣາແອນນາບຂູ່ອີຣານໂດຍຜ່ານປະເທດໃດກໍຕາມ, ອີຣານກໍຈະຕອບໂຕ້ປະເທດເຫຼົ່ານີ້ຢ່າງສົມຄູ່ກັນ.