ທ່ານໂຈ ໄບເດັນໄດ້ຮັບໄຊຊະນະໃນການເລືອກຕັ້ງຮອບເບື້ອງຕົ້ນຂອງພັກເດໂມແຄຣັດລັດໄວໂອມິງໃນການເລືອກຕັ້ງປະທານາທິບໍດີອາເມຣິກາປີ 2024

2024-04-14 14:11:03 cri

ອີງຕາມສະຖິຕິຈາກຂ່າວສານ AP ຂອງອາເມຣິກາໃນວັນທີ 13 ເມສານີ້ສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 13 ໂມງ 20 ນາທີຕາມເວລາພາກຕາເວັນຕົກຂອງອາເມຣິກາ,  ການເລືອກຕັ້ງຮອບເບື້ອງຕົ້ນຂອງພັກເດໂມແຄຣັດລັດໄວໂອມິງໃນການເລືອກຕັ້ງປະທານາທິບໍດີອາເມຣິກາປີ 2024 ໄດ້ສຳເລັດວຽກງານນັບບັດ 76% ແລ້ວ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຄົນປັດຈຸບັນ ໄດ້ຮັບບັດເລືອກຕັ້ງ 324 ບັດ, ກວມເອົາ 96,7% ຂອງບັດເລືອກຕັ້ງທັງໝົດໃນປັດຈຸບັນ ແລະ ໄດ້ຮັບໄຊຊະນະໃນການເລືອກຕັ້ງດັ່ງກ່າວ.