ອີຣານຈະໃຫ້ການຕອບໂຕ້ຄືນຢ່າງຮຸນແຮງຕໍ່ການທຳລາຍຜົນປະໂຫຍດຂອງປະເທດຕົນ

2024-04-15 14:57:22 cri


   ວັນທີ14ເມສານີ້ ທ່ານເຊຢັດ ອີບຣາຮີມ ໄຣຊີ ປະທານາທິບໍດີອີຣານໄດ້ອອກຖະແຫຼງການວ່າ: ການໂຈມຕີທາງການທະຫານຂອງອີຣານແມ່ນເພື່ອຕອບໂຕ້ຄືນຕໍ່ການຮຸກຮານອີຣານຈາກອິດສະຣາແອນ, ໂດຍສະເພາະການຫຼອນໂຈມຕີສະຖານທູດອີຣານປະຈຳຊີຣີ, ແລະການກະທຳໃໝ່ໃດໆທີ່ເປັນການທຳລາຍຜົນປະໂຫຍດຂອງປະເທດອີຣານ ຍ່ອມຈະໄດ້ຮັບການຕອບໂຕ້ຄືນຢ່າງຮຸນແຮງກວ່າເກົ່າ.

   ນັກວິເຄາະຂອງອີຣານຊີ້ໃຫ້ເຫັນວ່າ: ການເຄື່ອນໄຫວທາງການທະຫານຂອງອີຣານທີ່ຍິງລູກສອນໄຟນຳວິຖີ, ໃຊ້ເຮືອບິນບໍ່ມີຄົນຂັບໂຈມຕີທາງອາກາດຕໍ່ດິນແດນອິດສະຣາແອນ ແລະອື່ນໆນັ້ນ ໄດ້ບັນລຸຕາມເປົ້າໝາຍຂອງອີຣານ, ດ້ານໜຶ່ງ, ອີຣານໄດ້ໃຊ້ການເຄື່ອນໄຫວທີ່ແຂງແຮງເພື່ອຕອບໂຕ້ຄືນຕໍ່ອິດສະຣາແອນທີ່ຫຼອນໂຈມຕີອົງການທາງການທູດຂອງອີຣານ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງອີຣານທີ່ປົກປ້ອງຜືນແຜ່ນດິນແລະຜົນປະໂຫຍດຂອງປະເທດຕົນບໍ່ໃຫ້ຖືກລ່ວງລ້ຳ, ໃນອີກດ້ານໜຶ່ງ ອີຣານກໍເຕືອນຕໍ່ອາເມຣິກາແລະປະເທດພັນທະມິດຂອງເຂົາ ຢ່າສູ້ກໍ່ເລື່ອງທີ່ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມອີກ.