ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

2024-04-15 16:51:12 CRI

 

    ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນໄດ້ໝູນວຽນມາເຖິງອີກເທື່ອໜຶ່ງແລ້ວ. ສໍາລັບງານວາງສະແດງດັ່ງກ່າວໄດ້ຮັບສົມຍານາມວ່າເປັນ "ເວທີວາງສະແດງ ແລະ ຊື້ຂາຍສິນຄ້າອຸປະໂພກ-ບໍລິໂພກດີເດັ່ນທົ່ວໂລກ" ນັ້ນ,  ມີເຂດວາງສະແດງໜຶ່ງແມ່ນມີຊື່ພິເສດທີ່ສຸດ ນັ້ນກໍຄື: ເຂດວາງສະແດງ “ສອງຮອບວຽນເສດຖະກິດ ຊື້ສິນຄ້າຈາກທົ່ວໂລກ”. “ສອງຮອບວຽນເສດຖະກິດ” ແມ່ນຫຍັງ? ເຮັດແນວໃດຈຶ່ງຈະສາມາດ “ຊື້ສິນຄ້າຈາກທົ່ວໂລກ” ໄດ້? ໂຄສົກປອງໄຕຈະເລົ່າສູ່ທ່ານຟັງ.