ການເຈລະຈາເພື່ອຢຸດຍິງຢູ່ເຂດກາຊາຍັງບໍ່ໄດ້ຮັບຄວາມຄືບໜ້າເທື່ອ

2024-04-15 11:39:51 cri


   ໃນສອງມື້ຜ່ານມານີ້, ການເຈລະຈາເພື່ອໃຫ້ຢຸດຍິງຢູ່ເຂດກາຊາຍັງດຳເນີນໄປຢ່າງລຳບາກ, ຫຼັກໝັ້ນຂອງສອງຝ່າຍທີ່ປະທະກັນຍັງບໍ່ມີການປ່ຽນແປງ, ແລະການເຈລະຈາກໍ່ບໍ່ໄດ້ຮັບຄວາມຄືບໜ້າເທື່ອ.

   ວັນທີ14ເມສານີ້ ຝ່າຍອິດສະຣາແອນກ່າວວ່າ: ຈົນມາຮອດປັດຈຸບັນນີ້, ກຸ່ມຮາມາສຍັງປະຕິເສດສັນຍາການແລກປ່ຽນຕົວປະກັນທີ່ຖືກກັກຂັງ, ຍັງຍຶດໝັ້ນໃຫ້ສິ້ນສຸດການປະທະກັນຢ່າງເຖິງຖອງ ແລະໃຫ້ທະຫານອິດສະຣາແອນຖອນອອກຈາກເຂດກາຊາໝົດ. ຄະນະລັດຖະບານແລະກອງທັບຮັກສາຄວາມໝັ້ນຄົງຂອງອິດສະຣາແອນຕ່າງກໍເປັນເອກະພາບກັນຄັດຄ້ານ “ຄວາມຮຽກຮ້ອງຕ້ອງການທີ່ໄຮ້ເຫດຜົນເຫຼົ່ານີ້”.

   ກຸ່ມຮາມາສໄດ້ອອກຖະແຫຼງການວ່າ: ໄດ້ຍື່ນສານຕອບໂຕ້ທີ່ແນໃສ່ຂໍ້ສະເໜີຂອງອິດສະຣາແອນນັ້ນໃຫ້ເອຢິບແລະກາຕາແລ້ວ. ໃນຖະແຫຼງການດັ່ງກ່າວ ກຸ່ມຮາມາສໄດ້ກ່າວຢ້ຳຄວາມຮຽກຮ້ອງຂອງຕົນໃນການເຈລະຈາເພື່ອຢຸດຍິງ ນັ້ນກໍຄືບັນລຸການຢຸດຍິງຢ່າງຖາວອນ, ທະຫານອິດສະຣາແອນຖອນອອກຈາກເຂດກາຊາໝົດ, ອະນຸມັດຜູ້ບໍ່ມີບ່ອນເພິ່ງພາອາໄສກັບເມືອບ້ານເກີດເມືອງນອນຄືນໃໝ່, ເລັ່ງລັດສົ່ງວັດຖຸອຸປະກອນຊ່ວຍເຫຼືອໃຫ້ເຂົ້າໄປເຂດກາຊາ ແລະດຳເນີນວຽກງານສ້າງສາຄືນໃໝ່.