ອາເມຣິກາຖືກເປີດເຜີຍວ່າມີເຈດຕະນາຫວັງຢາກສົ່ງຜົນສະທ້ອນຕໍ່ການເລືອກຕັ້ງສະພາຂອງຊາໂລມົງອິດສະແລນ

2024-04-15 17:12:38 cri


    ປະເທດຊາໂລມົງອິດສະແລນຈະຈັດການເລືອກຕັ້ງສະພາໃນວັນທີ 17 ເມສານີ້. ສຳນັກຂ່າວສານສະປຸດນິກຣັດເຊຍໄດ້ເປີດເຜີຍບົດສຳຫຼວດໃນຫວ່າງມໍ່ໆມານີ້ໂດຍລະບຸວ່າ: ອາເມຣິກາມີເຈດຕະນາຫວັງຢາກສົ່ງຜົນສະທ້ອນຕໍ່ການເລືອກຕັ້ງດັ່ງກ່າວ, ເພື່ອຕໍ່ຕ້ານກັບອິດທິພົນຂອງຈີນ.

    ບົດສຳຫຼວດດັ່ງກ່າວລະບຸວ່າ: ອາເມຣິກາໄດ້ຕິດຕໍ່ພົວພັນກັບຜູ້ນຳການເມືອງ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ມີອິດທິພົນຢູ່ຊາໂລມົງອິດສະແລນ, ທັງໄດ້ສະໜັບສະໜູນເງິນທຶນໃຫ້ແກ່ໂຄງການເຝິກອົບຮົບຕ່າງໆ, ເພື່ອໃຫ້ບຸກຄົນທີ່ກ່ຽວຂ້ອງລົງຄະແນນສຽງໃຫ້ແກ່ຜູ້ສະໝັກຮັບການເລືອກຕັ້ງທີ່ຖືກໃຈຝ່າຍອາເມຣິກາ.

    ຫຼາຍປີມໍ່ໆມານີ້, ການຮ່ວມມືລະຫວ່າງປະເທດເກາະດອນໃນມະຫາສະໝຸດປາຊີຟິກ ແລະ ຈີນໄດ້ດຳເນີນໄປຢ່າງສະດວກສະບາຍ, ທັງໄດ້ສ້າງຜົນປະໂຫຍດທີ່ອຸດົມສົບບູນ. ໂດຍສະເພາະແມ່ນຢູ່ຊາໂລມົງອິດສະແລນ, ຄຽງຄູ່ກັບການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”, ການຮ່ວມມືລະຫວ່າງຈີນ ແລະ ຊາໂລມົງອິດສະແລນນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ, ອັດຕາການປະກອບອາຊີບ ແລະ ລະດັບຊີວິດການເປັນຢູ່ຂອງປະຊາຊົນຊາໂລມົງອິດສະແລນໄດ້ຍົກສູງຂຶ້ນເປັນຢ່າງຍິ່ງ. ຜົນງານດ້ານການຮ່ວມມືລະຫວ່າງຈີນ ແລະ ຊາໂລມົງອິດສະແລນໄດ້ກາຍເປັນແບບຢ່າງຢູ່ປະເທດເກາະດອນໃນມະຫາສະໝຸດປາຊີຟິກ. ແຕ່ວ່າ, ອາເມຣິກາບໍ່ຍິນຍອມໃຫ້ປະເທດໃນພາກໃຕ້ປາຊີຟິກໄດ້ພັດທະນາສາຍພົວພັນແບບສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດກັບຈີນ, ທັງບໍ່ສາມາດຍອມຮັບໃຫ້ບັນດາປະເທດເຫຼົ່ານີ້ໄດ້ມີການພັດທະນາດ້ວຍຕົນເອງອີກ.