ມູນຄ່າການຄ້າລະຫວ່າງຈີນ ແລະອົດສະຕຣາລີເພີ່ມຂຶ້ນ 4,1% ໃນປີ 2023

2024-04-15 17:01:25 cri

ວັນທີ 15 ເມສານີ້, ທ່ານເຣິນຮົງປິ່ນ ຫົວໜ້າສະມາຄົມສົ່ງເສີມການຄ້າຈີນກ່າວໃນ “ກອງປະຊຸມສຳມະນາການຄ້າຈີນ-ອົດສະຕຣາລີ” ທີ່ຈັດຂຶ້ນຢູ່ນະຄອນຊິດນີຂອງອົດສະຕຣາລີວ່າ: ໃນປີ 2023, ມູນຄ່າການຄ້າສິນຄ້າທີ່ຈັບຕ້ອງໄດ້ລະຫວ່າງສອງຝ່າຍຈີນ-ອົດສະຕຣາລີໄດ້ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ປີ 2022, ຈີນເປັນປະເທດຄູ່ການຄ້າໃຫຍ່ທີ່ສຸດຂອງອົດສະຕຣາລີມາເຖິງ 15 ປີລຽນຕິດ; ມູນຄ່າການລົງທຶນຂອງອົດສະຕຣາລີຕໍ່ຈີນໄດ້ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ປີ 2022, ຈຳນວນວິສາຫະກິດໃໝ່ຂອງອົດສະຕຣາລີທີ່ສ້າງຕັ້ງຂຶ້ນຢູ່ຈີນໄດ້ເພີ່ມຂຶ້ນ 40,2% ເມື່ອທຽບໃສ່ປີ 2022.