ນາຍົກໄທ: ມາດຕະການຍົກເວັ້ນວິຊາກັນລະຫວ່າງໄທ ແລະ ຈີນໄດ້ຮັບປະສິດທິຜົນອັນດີງາມ

2024-04-15 17:19:03 cri

 

    ວັນທີ 13-15 ເມສານີ້ແມ່ນບຸນສົງການ ກໍຄື ບຸນປີໃໝ່ໄທ ເຊິ່ງເປັນໜຶ່ງໃນບຸນປະເພນີທີ່ສຳຄັນທີ່ສຸດຂອງໄທ. ບຸນສົງການປີນີ້ແມ່ນເປັນຄັ້ງທຳອິດພາຍຫຼັງສົນທິສັນຍາຍົກເວັ້ນວິຊາກັນລະຫວ່າງຈີນ ແລະ ໄທເລີ່ມມີຜົນບັງຄັບໃຊ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທກ່າວວ່າ: ມາດຕະການຍົກເວັ້ນວິຊາກັນໄດ້ປະສິດທິຜົນອັນດີງາມ ໂດຍໄດ້ເປີດສະພາບໃໝ່ທີ່ໜ້າປິຕິຊົມຊື່ນທີ່ນັກທ່ອງທ່ອງສອງປະເທດໄປມາຫາສູ່ກັນ.

    ທ່ານເສດຖາ ທະວີສິນ ກ່າວຕື່ມວ່າ: ນັບແຕ່ວັນທີ 1 ມີນາປີນີ້ເປັນຕົ້ນມາ, ລັດຖະບານສອງປະເທດໄທ-ຈີນເລີ່ມປະຕິບັດສົນທິສັນຍາຍົກເວັ້ນວິຊາກັນຢ່າງເປັນທາງການ. ນະໂຍບາຍອັນດີດັ່ງກ່າວນີ້ໄດ້ດຶງດູດຄົນໄທຈຳນວນຫຼວງຫຼາຍໄປທ່ຽວຈີນ, ຖ້ຽວບິນທີ່ໄປສູ່ຈີນລ້ວນແຕ່ເຕັມໝົດ ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ກັນລະຫວ່າງສອງປະເທດເປັນຢ່າງດີ, ສ່ວນນັກທ່ອງທ່ຽວຈີນຍັງຄົງແມ່ນຫຼາຍອັນດັບທີ 1 ໃນນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວໄທ.