GDPຂອງຈີນໃນໄຕມາດທີ 1 ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023

2024-04-16 15:44:18 cri

ວັນທີ 16 ເມສານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນເພື່ອເປີດເຜີຍຂໍ້ມູນສະຖິຕິໂດຍຊີ້ໃຫ້ເຫັນວ່າ: ອີງຕາມການຄິດໄລ່ໃນເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼືGDPຂອງຈີນໃນໄຕມາດທີ 1 ໄດ້ບັນລຸເຖິງ 29629,9 ຕື້ຢວນ, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

 

ໃນໄຕມາດທຳອິດ, ມູນຄ່າການຜະລິດເຕັກນິກທີ່ກ້າວໜ້າທັນສະໄໝເພີ່ມຂຶ້ນ 7,5%, ມູນຄ່າຂາຍຍ່ອຍສິນຄ້າອຸປະໂພກບໍລິໂພກໃນສັງຄົມເພີ່ມຂຶ້ນ 4,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ເຊິ່ງເຮັດໃຫ້ເສດຖະກິດແຫ່ງຊາດຮັກສາທ່າອ່ຽງເພີ່ມຂຶ້ນ.