ອັດຕາການສະໜັບສະໜູນລັດຖະບານທີ່ນຳພາໂດຍທ່ານຟູມິໂອະ ກິຊິດະຫຼຸດຕ່ຳລົງເຖິງຂັ້ນຕ່ຳສຸດ 6 ເດືອນລຽນຕິດ

2024-04-16 15:42:47 cri

ວັນທີ 15 ເມສານີ້, ສຳນັກຂ່າວສານກຽວໂດຍີ່ປຸ່ນໄດ້ລາຍງານຜົນການສຳຫຼວດຄວາມຄິດຄວາມເຫັນຂອງປະຊາຊົນໂດຍສະແດງໃຫ້ເຫັນວ່າ: ເນື່ອງຈາກໄດ້ຮັບຜົນກະທົບຈາກຂ່າວກິນສິນບົນຂອງພັກເສລີປະຊາທິປະໄຕ, ອັດຕາການສະໜັບສະໜູນລັດຖະບານທີ່ນຳພາໂດຍທ່ານຟູມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນແມ່ນມີພຽງແຕ່ 23,8% ເທົ່ານັ້ນ ເຊິ່ງຢູ່ໃນ “ຂັ້ນອັນຕະລາຍ” 6 ເດືອນລຽນຕິດ.

 

ໃນວົງການການເມືອງຍີ່ປຸ່ນ, ຖ້າອັດຕາການສະໜັບສະໜູນລັດຖະບານຫຼຸດລົງຕ່ຳຫຼາຍກວ່າ 30% ຈະຖືວ່າເຂົ້າສູ່ “ຂັ້ນອັນຕະລາຍ”; ຖ້າຫຼຸດລົງຕ່ຳກວ່າ 20% ຈະຖືວ່າຕົກເປັນ “ຂັ້ນທີ່ຈະອອກຈາກຕຳແໜ່ງ”.