ຫຼາຍປະເທດຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດກັ້ນເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການຢູ່ເຂດຕາເວັນອອກກາງຮຸນແຮງຂຶ້ນຕື່ມ

2024-04-16 15:33:50 cri


   ຫຼັງຈາກອີຣານໂຈມຕີອິດສະຣາແອນທາງການທະຫານແລ້ວ, ໃນວັນທີ15ເມສານີ້ ມີຫຼາຍປະເທດໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ສະຖານະການພາກພື້ນຕາເວັນອອກກາງ ໂດຍຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດກັ້ນເພື່ອຫຼີກເວັ້ນບໍ່ໃຫ້ການປະທະກັນຢູ່ເຂດກາຊາແຜ່ລາມອອກຕື່ມອີກ ແລະເຮັດໃຫ້ສະຖານະການໃນພາກພື້ນຮຸນແຮງຂຶ້ນຫຼາຍກວ່າເກົ່າ.



   ວັນທີ15ເມສານີ້, ທ່ານດີມີທຣີ ເປດສະຄອຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ຖ້າການປະທະກັນຮຸນແຮງຂຶ້ນຕື່ມຈະບໍ່ມີຜົນດີຕໍ່ຝ່າຍໃດໆ, ແລະສະເໜີໃຫ້ແກ້ໄຂຄວາມຂັດແຍ້ງກັນດ້ວຍວິຖີທາງການທູດ.



   ໃນມື້ດຽວກັນ, ທ່ານໂມຮະເມັດ ອາລີ ທາມີມ ຮອງນາຍົກລັດຖະມົນຕີອິຣັກກ່າວວ່າ: ເມື່ອໃດສະຖານະການໃນພາກພື້ນຕາເວັນອອກກາງຫາກຮຸນແຮງຂຶ້ນຕື່ມ, ແນ່ນອນປະເທດທີ່ກ່ຽວຂ້ອງຈະຕົກຢູ່ໃນສົງຄາມນັ້ນ ເຊິ່ງຈະເປັນໄພຂົ່ມຂູ່ເຖິງສັນຕິພາບແລະຄວາມໝັ້ນຄົງຂອງສາກົນ, ທ່ານຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດກັ້ນ ເພື່ອປົກປ້ອງສະຖຽນລະພາບແລະຄວາມໝັ້ນຄົງຂອງພາກພື້ນ, ເຄົາລົບສັນຍາທາງການທູດແລະ ສັນຍາສາກົນ.

   ວັນທີ15ເມສານີ້, ລັດຖະບານຂອງຊອກດານີແລະອິຣັກໄດ້ພ້ອມກັນຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງໃຊ້ມາດຕະການເພື່ອໃຫ້ອິດສະຣາແອນຍຸດຕິການ ໂຈມຕີເຂດກາຊາ, ພະຍາຍາມຊອກຫາວິທີແກ້ໄຂບັນຫາປາແລັດສະຕິນຢ່າງທ່ຽງທຳແລະຮອບດ້ານ ເພື່ອຫຼີກເວັ້ນບໍ່ໃຫ້ການປະທະກັນຢູ່ເຂດກາຊາຂະຫຍາຍວົງກວ້າງອອກຕື່ມອີກ.