ປະທານາທິບໍດີຝຣັ່ງ:ພິທີໄຂງານກິລາໂອລິມປິກປາຣີມີແຜນສຳຮອງ

2024-04-16 15:23:45 cri


    ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນຝຣັ່ງໃນວັນທີ 15 ເມສານີ້, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ເວົ້າເຖິງພິທີໄຂງານກິລາໂອລິມປິກປາຣີທີ່ຈະຈັດຂຶ້ນຢູ່ເທິງແມ່ນ້ຳແຊນໃນວັນທີ 26 ກໍລະກົດ 2024ນີ້, ທ່ານກ່າວວ່າ: ຖ້າວ່າຄວາມສ່ຽງດ້ານຄວາມປອດໄພສູງເກີນໄປ, ອາດຈະປະຖິ້ມແຜນການຈັດຢູ່ເທິງແມ່ນ້ຳແຊນ.



    ການປ່ຽນສະຖານທີ່ຈັດພິທີໄຂຈາກສະໜາມກິລາແບບດັ້ງເດີມເປັນສະຖານທີ່ກາງແຈ້ງ ແມ່ນການອອກແບບທີ່ເຕັມໄປດ້ວຍຫົວຄິດປະດິດສ້າງຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປາຣີ. ນັບແຕ່ໄດ້ສະເໜີແຜນການດັ່ງກ່າວເປັນຕົ້ນມາ, ການປ້ອງກັນຄວາມປອດໄພ ແມ່ນຂໍ້ຫຍຸ້ງຍາກໃຫຍ່ທີ່ສຸດຂອງຝ່າຍຈັດງານ. ພ້ອມດຽວກັນນັ້ນ, ຄວາມສ່ຽງດ້ານການຖືກໂຈມຕີແບບກໍ່ການຮ້າຍຢູ່ຝຣັ່ງໄດ້ເພີ່ມຂຶ້ນ, ກໍແມ່ນປັດໄຈທີ່ຄະນະກຳມະການຈັດຕັ້ງງານກິລາໂອລິມປິກປາຣີ ແລະ ລັດຖະບານຝຣັ່ງຈຳເປັນຕ້ອງພິຈາລະນາຕື່ມອີກ.