ທ່ານລີຊຽນລົງຈະລາອອກຈາກຕຳແໜ່ງນາຍົກສິງກະໂປໃນວັນທີ 15 ພຶດສະພາໜ້ານີ້

2024-04-16 14:53:40 cri


   ວັນທີ 15 ເມສານີ້, ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປປະກາດຜ່ານສື່ສັງຄົມອອນລາຍວ່າ: ທ່ານຈະລາອອກຈາກຕຳແໜ່ງໃນວັນທີ 15 ພຶດສະພາໜ້ານີ້, ທັງສະເໜີຢ່າງເປັນທາງການຕໍ່ປະທານາທິບໍດີໃຫ້ແຕ່ງຕັ້ງທ່ານລໍເຣີນ ວອງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນຂຶ້ນຮັບຕຳແໜ່ງນາຍົກແທນ. ທ່ານລໍເຣີນ ວອງ ຈະສາບານຕົວຂຶ້ນຮັບຕຳແໜ່ງນາຍົກສິງກະໂປຄົນໃໝ່ໃນເວລາ 20 ໂມງຂອງວັນທີ 15 ພຶດສະພານີ້

   ວັນທີ 15 ເມສານີ້ ທ່ານລໍເຣີນ ວອງ ກ່າວຜ່ານທາງສື່ສັງຄົມອອນລາຍວ່າ: ທ່ານຈະອອກແຮງສຸດຂີດເພື່ອແບກຫາບໜ້າທີ່ຮັບຜິດຊອບໃໝ່ຂອງຕົນທີ່ເປັນນາຍົກສິງກະໂປ, ຫວັງວ່າປະຊາຊົນສິງກະໂປຈະໃຫ້ຄວາມເຊື່ອໝັ້ນແລະສະໜັບສະໜູນທ່ານ, ທ່ານຍັງຮຽກຮ້ອງໃຫ້ຊາວສິງກະໂປທຸກຖ້ວນໜ້າຈົ່ງພາກັນເກາະແຂນກັນກັບທ່ານເພື່ອຮ່ວມກັນສ້າງອະນາຄົດທີ່ດີງາມ.