ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

2024-04-16 19:03:59 CRI

ວັນທີ 13 ເມສານີ້, ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ເປີດບໍລິການຄົບຮອບ 1 ປີແລ້ວ ເຊິ່ງໄດ້ຂົນສົ່ງຜູ້ໂດຍສານເຖິງ 7 ແສນເທື່ອຄົນ, ໃນນັ້ນມີຜູ້ໂດຍສານຂ້າມຊາດ180.000 ເທື່ອຄົນທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນໃນໂລກ. ອັດຕາການອອກເດີນທາງຕາມເວລາກຳນົດບັນລຸເຖິງ 100% ແລະ ອັດຕາການຮອດຈຸດໝາຍປາຍທາງຕາມເວລາກຳນົດບັນລຸເຖິງ 99%, ໄດ້ສ້າງພະລັງຊີວິດອັນໃໝ່ໃຫ້ແກ່ການຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດຈີນ-ລາວ ກໍຄືການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວ.