ການເຕີບໂຕທາງເສດຖະກິດທົ່ວໂລກອາດຈະຊ້າລົງຕື່ມອີກ

2024-04-17 14:27:54 cri


   ວັນທີ 16 ເມສານີ້, ກອງປະຊຸມການຄ້າແລະການພັດທະນາອົງການສະຫະປະຊາຊາດ ຫຼື UNCTAD ໄດ້ປະກາດບົດລາຍງານວ່າ: ຍ້ອນການລົງທຶນຫຼຸດໜ້ອຍຖອຍລົງແລະການຄ້າທົ່ວໂລກຍັງມີຄວາມອ່ອນເພຍ, ການເຕີບໂຕທາງເສດຖະກິດທົ່ວໂລກໃນປີ2024 ອາດຈະຊ້າລົງຕື່ມອີກ.

   ບົດລາຍງານສະບັບນີ້ເນັ້ນໜັກວ່າ: ພາຍໃຕ້ສະພາບການທີ່ມີຮູບແບບການຄ້າປ່ຽນແປງ, ສະພາບການເມືອງດ້ານພູມີປະເທດຫຼາຍດ້ານຍັງເຄັ່ງຕຶງ, ບັນຫາໜີ້ສິນກໍເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະລັດທິປົກປ້ອງຮຸນແຮງຂຶ້ນເປັນຕົ້ນ, ການປະສານສົມທົບນະໂຍບາຍຢູ່ໃນທົ່ວໂລກ ແລະການຮ່ວມມືທາງດ້ານເສດຖະກິດການຄ້າສາກົນ ຍັງເປັນຂໍກະແຈທີ່ປົກປ້ອງເສດຖະກິດທົ່ວໂລກ, ກອງປະຊຸມການຄ້າແລະການພັດທະນາອົງການສປຊໄດ້ສະເໜີໃຫ້ໃຊ້ການເຄື່ອນໄຫວຫຼາຍຝ່າຍທີ່ປະສານສົມທົບເປັນເອກະພາບ, ເພື່ອບັນລຸການໃຊ້ງົບປະມານແບບຍືນຍົງ, ສ້າງໂອກາດໃຫ້ແກ່ປະກອບອາຊີບ ແລະປັບປຸງລາຍໄດ້ໃຫ້ດີຂຶ້ນ.