ສ້າງຊີວິດການເປັນຢູ່ອັນດີງາມດ້ວຍການຖັກແສ່ວເສັ້ນກົ່ວ

2024-04-17 16:31:48 cri

    ການຖັກແສ່ວເສັ້ນກົ່ວຂອງເຜົ່າມົ້ງຢູ່ແຂວງກຸ້ຍໂຈວ່ຈີນແມ່ນການຖັກແສ່ວດ້ວຍໂລຫະພຽງໜຶ່ງດຽວໃນໂລກ, ຊ່າງຖັກແສ່ວໄດ້ເອົາເສັ້ນກົ່ວມາຖັກແສ່ວເປັນຮູບຊົງທີ່ສວຍງາມຢູ່ເທິງເສື້ອຜ້າ ແລະ ເຄື່ອງປະດັບເປັນຕົ້ນ. ຝີມືອັນປານີດແບບດັ້ງເດີມທີ່ມີປະຫວັດມາແຕ່ສາດດົນນານນີ້ໄດ້ກາຍເປັນຊ່ອງທາງສ້າງລາຍຮັບເພີ່ມຂອງປະຊາຊົນທ້ອງຖິ່ນໃນປັດຈຸບັນ.

    ປີ 2006, ການຖັກແສ່ວເສັ້ນກົ່ວຂອງເຜົ່າມົ້ງຢູ່ແຂວງກຸ້ຍໂຈວ່ຈີນຖືກຮັບຮອງເປັນມໍລະດົກວັດທະນະທຳນາມມະທຳແຫ່ງຊາດຈີນ.