ສື່ມວນຊົນເຢຍລະມັນ: ການຢ້ຽມຢາມຈີນຂອງທ່ານໂຊນສໄດ້ເປີດປະຕູທີ່ສຳຄັນໃຫ້ແກ່ເສດຖະກິດເຢຍລະມັນ

2024-04-17 15:00:41 cri

ວັນທີ 16 ເມສານີ້, ທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນໄດ້ສຳເລັດພາລະກິດການເດີນທາງຢ້ຽມຢາມຈີນ. ຕໍ່ກັບການຢ້ຽມຢາມຈີນຄັ້ງນີ້, ສື່ມວນຊົນເຢຍລະມັນວິເຄາະວ່າ: ການເດີນທາງເທື່ອນີ້ໄດ້ເປີດປະຕູທີ່ສຳຄັນໃຫ້ແກ່ເສດຖະກິດເຢຍລະມັນ.

 

“ເຄືອຂ່າຍບັນນາທິການເຢຍລະມັນ” ຫຼືRNDທີ່ເປັນສື່ມວນຊົນເຢຍລະມັນໄດ້ລາຍງານໃນເວັບໄຊຂອງຕົນວ່າ: ຫົວຂໍ້ຕົ້ນຕໍໃນການຢ້ຽມຢາມຈີນຂອງທ່ານໂຊນສ ນາຍົກລັດຖະມົນຕີເຢຍລະມັນຄັ້ງນີ້ແມ່ນນະໂຍບາຍການຄ້າ. ເພາະມີຄະນະຜູ້ແທນການຄ້າຂະໜາດໃຫຍ່ເດີນທາງໄປພ້ອມກັນ ເຊິ່ງໄດ້ສະແດງໃຫ້ເຫັນສັນຍານຢ່າງຈະແຈ້ງວ່າ: ເຢຍລະມັນຫວັງຢາກຈະເພີ່ມທະວີການລົງທຶນຢູ່ຈີນ, ຮັກສາ ແລະເປີດກວ້າງການພົວພັນການຄ້າທີ່ດີລະຫວ່າງສອງປະເທດ. ຜູ້ນຳວົງການການຄ້າເຢຍລະມັນທີ່ໄປພ້ອມກັນກັບນາຍົກລັດຖະມົນຕີມີຄວາມຫວັງວ່າ: ການເດີນທາງເທື່ອນີ້ຈະສ້າງໂອກາດ ແລະເງື່ອນໄຂທີ່ດີກວ່າເກົ່າໃນດ້ານການລົງທຶນຢູ່ຈີນໃຫ້ແກ່ວິສາຫະກິດຂອງຕົນ.