ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່

2024-04-18 16:25:36 cri

    ໃນລະດູໃບໄມ້ປົ່ງນີ້, ການປັກຜົມດ້ວຍດອກໄມ້ໄດ້ຮັບຄວາມນິຍົມຊົມຊອບຫຼາຍ. ຢູ່ບ້ານຊວີນຜູຂອງແຂວງຟູຈ້ຽນຈີນ, ເມື່ອຍ່າງເລາະຕາມທາງ, ຈະໄດ້ເຫັນຜູ້ຍິງທີ່ມັກໃສ່ເສື້ອຜ້າແບບດັ້ງເດີມທີ່ມີຫຼາກຫຼາຍສີສັນເປັນຈຳນວນຫຼາຍ, ເຂົາເຈົ້າໄດ້ປັກຜົນດ້ວຍດອກໄມ້, ແຕ່ງໂຕກໍສວຍງາມ ເຊິ່ງໄດ້ກາຍເປັນສີສັນພິເສດອີກແບບໜຶ່ງຢູ່ບ້ານແຫ່ງນີ້.

    ການປັກຜົມດ້ວຍດອກໄມ້ແມ່ນຮູບແບບໜຶ່ງທີ່ປະດັບຊົງຜົມຂອງຊາວຈີນບູຮານ, ປະເພນີນີ້ໄດ້ມີປະຫວັດສາດເກືອບ 3000 ປີແລ້ວ. ຮີດຄອງປະເພນີຊາວປະມົງເພດຍິງບ້ານຊວີນຜູທີ່ມີວັດທະນະທຳການປັກຜົນດ້ວຍດອກໄມ້ເປັນຕົວແທນນັ້ນ ຍັງໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳນາມມະທຳແຫ່ງຊາດຈີນ. ຄຽງຄູ່ກັບການປັກຜົມດ້ວຍດອກໄມ້ໄດ້ເປັນທີ່ສົນໃຈຫຼາຍຢູ່ໃນອິນເຕີເນັດ, ນັກທ່ອງທ່ຽວແຫ່ງຕ່າງໆຂອງຈີນໄດ້ເດີນທາງໄປສຳຜັດຕົວຈິງກັບທີ່ໂດຍສະເພາະ ເຊິ່ງໄດ້ຊຸກຍູ້ການພັດທະນາຂອງຂະແໜງການວັດທະນະທຳ ແລະ ທ່ອງທ່ຽວຂອງບ້ານດັ່ງກ່າວ.