IMF ກ່າວວ່າ:ນະໂຍບາຍການເງິນຂອງອາເມຣິກາຈະນຳເອົາຄວາມສ່ຽງມາໃຫ້ແກ່ທົ່ວໂລກ

2024-04-18 16:15:40 cri

 


    ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ປະກາດບົດລາຍງານວ່າດ້ວຍການຈ້ອງມອງເສດຖະກິດໂລກ ໂດຍໄດ້ຕຳໜິຕິຕຽນຕໍ່ຜູ້ວາງນະໂຍບາຍຂອງອາເມຣິກາໂດຍກົງຢ່າງບໍ່ໜ້ອຍວ່າ: ນະໂຍບານການເງິນຂອງອາເມຣິກາໃນປັດຈຸບັນນີ້ແມ່ນບໍ່ສາມາດຍືນຍົງໄດ້  ແລະ ຈະເປັນໄພຂົ່ມຂູ່ເຖິງຄວາມໝັ້ນທ່ຽງດ້ານການທະນາຄານຂອງທົ່ວໂລກ.

    ເນື້ອໃນບົດລາຍງານລະບຸວ່າ: ນະໂຍບານການເງິນຂອງອາເມຣິກາໃນປັດຈຸບັນນີ້ແມ່ນໜ້າເປັນຫ່ວງຫຼາຍ, ລັດຖະບານອາເມຣິກາມີລາຍຈ່າຍຫຼາຍເກີນໄປເຮັດໃຫ້ເກີດມີຄວາມຂາດດຸນດ້ານງົບປະມານເປັນຢ່າງຍິ່ງ, ເມື່ອ ເບິ່ງຈາກໄລຍະສັ້ນແລ້ວ, ບໍ່ມີຜົນດີຕໍ່ການຫຼຸດຜ່ອນໄພເງິນເຟີ້ໃຫ້ໜ້ອຍລົງ, ຖ້າເບິ່ງຈາກໄລຍະຍາວແລ້ວ, ຈະເຮັດໃຫ້ຕົ້ນທຶນດ້ານການລະດົມທຶນໃນທົ່ວໂລກເພີ່ມຫຼາຍຂຶ້ນ ເຊິ່ງທຳລາຍຄວາມໝັ້ນທ່ຽງດ້ານການເງິນ ແລະ ການທະນາຄານທົ່ວໂລກ.