ສັງເກດເບິ່ງສະພາບຕົວຈິງຂອງເສດຖະກິດຈີນຈາກ 3 ດ້ານ

2024-04-18 16:45:18 CRI


ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຄັ້ງນີ້ໄດ້ດຶງດູດສິນຄ້າ 4000 ກວ່າຍີ່ຫໍ້ຈາກ 71 ປະເທດ ແລະ ເຂດແຄວ້ນມາເຂົ້າຮ່ວມການວາງສະແດງ, ສາມາດເວົ້າໄດ້ວ່າ, ຄວາມຟົດຟື້ນຂອງງານວາງສະແດງຄັ້ງນີ້ໄດ້ກາຍເປັນຂີດໝາຍທີ່ເຮັດໃຫ້ເສດຖະກີດຈີນຟື້ນຟູດີຂຶ້ນ. ວັນທີ 16 ເມສານີ້, ລັດຖະບານຈີນໄດ້ປະກາດຂໍ້ມູນໂດຍຢືນຢັນວ່າ, ເມື່ອຄິດໄລ່ຕາມລາຄາຄົງທີ່, ໃນໄຕມາດທີ 1 ປີນີ້ເສດຖະກິດຈີນໄດ້ເຕີບໂຕ 5,3%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

 

ພວກເຮົາສາມາດສັງເກດເບິ່ງຂໍ້ມູນເສດຖະກິດໃນໄຕມາດທີ 1 ຈາກ 3 ດ້ານ.

 


ໃນດ້ານທີ 1, ການບໍລິໂພກຍັງເປັນຈຸດເດັ່ນຂອງເສດຖະກິດຈີນ, ເຊິ່ງສະແດງໃຫ້ເຫັນວ່າ ຕະຫຼາດມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງ. ໃນໄຕມາດທີ 1, ຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມໄດ້ເພີ່ມຂຶ້ນ 4,7%, ມູນຄ່າຂາຍຍ່ອຍການບໍລິການເພີ່ມຂຶ້ນ 10%, ການບໍລິໂພກໄດ້ຍົກລະດັບຂອງພົນລະເມືອງໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.

 

ໃນດ້ານທີ 2 ແມ່ນພະລັງຂັບເຄື່ອນການພັດທະນາອັນໃໝ່ທີ່ມາຈາກກຳລັງການຜະລິດໃນຄຸນນະພາບໃໝ່. ຂໍ້ມູນຂອງໄຕມາດທີ 1 ສະແດງໃຫ້ເຫັນວ່າ, ມູນຄ່າເພີ່ມຂອງອຸດສາຫະກຳເຕັກນິກສູງ ແລະ ໃໝ່ຂະໜາດລາຍຮັບ 20 ລ້ານຢວນຂຶ້ນໄປໄດ້ເຕີບໂຕ 7,5%, ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ໄຕມາດທີ 4 ຂອງປີ 2023. ນອກນີ້ຄົນທັງຫຼາຍຍັງໄດ້ສັງເກດເຫັນອີກວ່າ, ຈີນພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່, ບໍ່ພຽງແຕ່ໄດ້ຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງຕົນເທົ່ານັ້ນ, ແຕ່ຍັງຈະສະໜອງພະລັງຂັບເຄື່ອນອັນໃໝ່ໃຫ້ແກ່ການເຕີບໂຕຂອງເສດຖະກິດພາກພື້ນ ກໍຄື ເສດຖະກິດໂລກ. ປັດຈຸບັນ, ໃນເອກະສານຮ່ວມມືລະຫວ່າງຈີນກັບປະເທດອື່ນໆ, ເສດຖະກິດດີຈີຕອນໄດ້ກາຍເປັນພາກສ່ວນອັນສຳຄັນ.

 

ເມື່ອຄາດຄະເນເຖິງອະນາຄົດແລ້ວ, ສຳລັບການພັດທະນາເສດຖະກິດ, ເປົ້າໝາຍ ແລະ ທິດທາງແມ່ນມີຄວາມໝາຍສຳຄັນ. ມີເວັບໄຊໜຶ່ງທີ່ສະໜອງຂໍ້ມູນກ່ຽວກັບຜູ້ບໍລິໂພກ ແລະ ທຸລະກິດຂອງອາເມຣິກາໄດ້ຍົກເອົາຜົນການສຳຫຼວດທາງທຸລະກິດມາລາຍງານວ່າ, ເສດຖະກິດຈີນພວມຜ່ານໄຕມາດທີ 1 ດ້ວຍຈັງຫວະທີ່ເຂັ້ມແຂງ.