ໃນໄຕມາດທີ 1 ຈີນມີຜູ້ເຂົ້າ-ອອກເມືອງຫຼາຍກວ່າ 141 ລ້ານເທື່ອຄົນ ເພີ່ມຂຶ້ນ 117,8%

2024-04-18 15:21:07 cri

ວັນທີ 18 ເມສານີ້, ອົງການຊາວຍົກຍ້າຍແຫ່ງຊາດຈີນຈັດໄດ້ກອງປະຊຸມຖະແຫຼງຂ່າວຂຶ້ນ ໂດຍບອກໃຫ້ຮູ້ວ່າ: ໃນໄຕມາດທີ 1 ນີ້, ມີຜູ້ເຂົ້າ-ອອກເມືອງຫຼາຍກວ່າ 141 ລ້ານເທື່ອຄົນ, ເພີ່ມຂຶ້ນ 117,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

 

ໂຄສົກອົງການຊາວຍົກຍ້າຍແຫ່ງຊາດຈີນແນະນຳໃຫ້ຮູ້ວ່າ: ໃນໄຕມາດທີ 1 ປີນີ້, ຈຳນວນຄົນຕ່າງປະເທດທີ່ເຂົ້າມາຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023,  ໃນນັ້ນສ່ວນຫຼາຍແມ່ນມາຈາກອາເມຣິກາ, ການາດາ, ເຢຍລະມັນ, ສ ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ໄທ ແລະປະເທດອື່ນໆ. ຄົນຕ່າງປະເທດເດີນທາງມາຈີນສ່ວນຫຼາຍແມ່ນເພື່ອການທ່ອງທ່ຽວ ເຊິ່ງໄດ້ກວມເອົາ 30% ຂຶ້ນໄປ, ຖັດມາແມ່ນເພື່ອການຄ້າ, ການຢ້ຽມຢາມຍາດຕິພີ່ນ້ອງ, ການເຮັດວຽກ, ການສຶກສາ ແລະອື່ນໆ.