ຍີ່ປຸ່ນ, ອາເມຣິກາ ແລະສ ເກົາຫຼີເປິກສາຫາລືທ່າອ່ຽງຂອງຕະຫຼາດການເງິນ

2024-04-18 15:20:22 cri

ວັນທີ 18 ເມສານີ້, ບໍລິສັດກະຈາຍສຽງຍີ່ປຸ່ນ ຫຼືNHKລາຍງານວ່າ: ວັນທີ 17 ເມສານີ້, ທ່ານຊຸນອີຈິ ຊູຊຸກ ລັດຖະມົນຕີກະຊວງການເງິນຍີ່ປຸ່ນ, ທ່ານນາງເຈເນັດ ແອວ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາ ແລະທ່ານໂຊຍຊັງມົກ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງຍຸດທະສາດ ແລະການເງິນສ ເກົາຫຼີໄດ້ຈັດການເຈລະຈາຂຶ້ນ. ສາມປະເທດໄດ້ແລກປ່ຽນຄວາມຄິດເຫັນດ້ານທ່າອ່ຽງຂອງຕະຫຼາດການເງິນ, ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ ແລະບັນຫາອື່ນໆ. ຖະແຫຼງການຮ່ວມທີ່ເປີດເຜີຍພາຍຫຼັງການເຈລະຈາໄດ້ສະແດງໃຫ້ເຫັນວ່າ: ສາມປະເທດຈະຕິດຕໍ່ພົວພັນຢ່າງໃກ້ຊິດກ່ຽວກັບທ່າອ່ຽງຂອງຕະຫຼາດເງິນຕາຕ່າງປະເທດ.

 

ເມື່ອບໍ່ດົນມານີ້, ຄ່າເງິນເຢັນຂອງຍີ່ປຸ່ນ ແລະຄ່າເງິນວອນຂອງສ ເກົາຫຼີໄດ້ສືບຕໍ່ຕົກຕ່ຳລົງເມື່ອທຽບໃສ່ສະກຸນເງິນໂດລາ. ໃນນັ້ນ, ເງິນເຢນຕົກຢູ່ໃນລະດັບຕ່ຳສຸດເມື່ອທຽບໃສ່ເງິນໂດລາໃນຮອບ 34 ປີຜ່ານມາ, ແລະເງິນວອນຕົກຢູ່ໃນລະດັບຕ່ຳສຸດເມື່ອທຽບໃສ່ເງິນໂດລາໃນຮອບ 17 ເດືອນຜ່ານມາ. ການຫຼຸດລົງຂອງຄ່າເງິນໄດ້ເຮັດໃຫ້ລາຄາວັດຖຸດິບເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະຄ່າໃຊ້ຈ່າຍໃນການດຳເນີນທຸລະກິດຂອງວິສາຫະກິດກໍເພີ່ມຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍໃຫ້ກັບການພັດທະນາເສດຖະກິດ ແລະຍັງສ້າງຄວາມເປັນຫ່ວງໃຫ້ແກ່ທັງສອງປະເທດຕື່ມອີກ.