ຕົວຊີ້ວັດຕ່າງໆຂອງເສດຖະກິດຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ

2024-04-18 14:45:01 cri


   ວັນທີ 17 ເມສານີ້ ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.

   ທ່ານລິນຈ້ຽນໄດ້ແນະນຳໃຫ້ຮູ້ກ່ຽວກັບຂໍ້ມູນຕົ້ນຕໍຂອງເສດຖະກິດແຫ່ງຊາດໃນໄຕມາດທີ1ປີນີ້ວ່າ: ຕົວຊີ້ວັດຕ່າງໆຂອງເສດຖະກິດຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕົ້ນປີນີ້. ພວກເຮົາສັງເກດວ່າ: ຫວ່າງມໍ່ໆມານີ້ ປະຊາຄົມໂລກເລີ່ມມີຄວາມເຫັນໄປໃນແງ່ດີຕໍ່ຈີນເພີ່ມຫຼາຍຂຶ້ນ ແລະມີຄວາມໝັ້ນໃຈຫຼາຍກວ່າເກົ່າຕໍ່ການພັດທະນາຂອງຈີນ. ສະຖາບັນການເງິນສາກົນຕ່າງໆ ເຊັ່ນ: ທະນາຄານພັດທະນາອາຊີ, ກຸ່ມ Goldman Sachs ແລະ ບໍລິສັດ ໂມເກີນ ສະແຕນລີເປັນຕົ້ນ ພາກັນຍົກສູງຄາດໝາຍຂອງຕົນຕໍ່ຈັງຫວະເຕີບໂຕທາງເສດຖະກິດຂອງຈີນ. ທະນາຄານພັດທະນາອາຊີໄດ້ປະກາດ “ບົດລາຍງານທີ່ຈ້ອງມອງການພັດທະນາອາຊີປີ2024” ໂດຍຄາດວ່າລະຫວ່າງປີ 2024 -2025, ຈີນຈະກວມມາດຕາສ່ວນ 46%ຂອງຍອດຈຳນວນການເຕີບໂຕທາງເສດຖະກິດຂອງປະເທດພວມພັດທະນາຢູ່ອາຊີ,ເຊິ່ງຈະເຮັດໃຫ້ຈີນສືບຕໍ່ເປັນກຸ່ມເສດຖະກິດທີ່ປະກອບສ່ວນໃຫຍ່ກວ່າໝູ່ເຂົ້າໃນການເຕີບໂຕທາງເສດຖະກິດຂອງໂລກ. ພວກເຮົາຈະສືບຕໍ່ອອກແຮງສຸດຂີດເພື່ອຊຸກຍູ້ໃຫ້ເສດຖະກິດເພີ່ມຂຶ້ນໃນດ້ານຄຸນນພາບຢ່າງມີປະສິດທິຜົນແລະມີການເຕີບໂຕທາງປະລິມານຢ່າງສົມເຫດສົມຜົນ, ເພີ່ມທະວີການຮ່ວມມືທາງເສດຖະກິດກັບບັນດາປະເທດ ເພື່ອພ້ອມກັນຊຸກຍູ້ໃຫ້ເສດຖະກິດໂລກພັດທະນາຄືນໃໝ່.