ຈີນຈະສືບຕໍ່ໃຊ້ມາດຕະການອັນຈຳເປັນເພື່ອປົກປ້ອງອະທິປະໄຕຂອງຜືນແຜ່ນດິນແຫ່ງຊາດ,ສິດແລະຜົນປະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວ

2024-04-18 11:28:55 cri


   ວັນທີ 17 ເມສານີ້ ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມເຖິງອາເມຣິກາແລະຟິລິບປິນຈະຈັດການຊ້ອມຮົບຮ່ວມໃນອາທິດໜ້ານີ້. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

   ທ່ານລິນຈ້ຽນຕອບວ່າ: ກ່ຽວກັບການຮ່ວມມືທາງການທະຫານລະຫວ່າງຟິລິບປິນແລະອາເມຣິກາ, ຈີນໄດ້ສະແດງຫຼັກໝັ້ນທີ່ເຄັ່ງຂຶມຫຼາຍເທື່ອແລ້ວ. ຟິລິບປິນຄວນຮູ້ຢ່າງຊັດເຈນວ່າ: ຫາກນຳເອົາປະເທດນອກພາກພື້ນມາສ້າງການເປັນປໍລະປັກກັນຢູ່ທະເລຈີນໃຕ້ ມີແຕ່ຈະເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ ແລະທຳລາຍສະຖຽນລະພາບຂອງພາກພື້ນ, ການເຈຕະນານຳເອົາກຳລັງພາຍນອກມາປ້ອງກັນອັນທີວ່າ“ຄວາມໝັ້ນຄົງ”ຂອງຕົນ ມີພຽງແຕ່ເຮັດໃຫ້ຕົນເອງເກີດມີຄວາມບໍ່ໝັ້ນຄົງກວ່າເກົ່າ, ຈົນກະທັ້ງກາຍເປັນເຄື່ອງມືນັ້ນຂອງຄົນອື່ນ. ພວກເຮົາທວງໃຫ້ຟິລິບປິນຈົ່ງຍຸດຕິການກໍ່ເລື່ອງທາງທະເລ ແລະທວງໃຫ້ປະເທດນອກພາກພື້ນທີ່ກ່ຽວຂ້ອງຈົ່ງຍຸດຕິການສ້າງການເປັນປໍລະປັກກັນຢູ່ທະເລຈີນໃຕ້. ຈີນຈະສືບຕໍ່ໃຊ້ມາດຕະການອັນຈຳເປັນເພື່ອປົກປ້ອງອະທິປະໄຕດ້ານຜືນແຜ່ນດິນແຫ່ງຊາດ, ສິດແລະຜົນປະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວ, ພ້ອມທັງປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້.