ເລື່ອງລາວຂອງທ່ານສີຈິ້ນຜິງກັບການສ້າງສາຈີນສີຂຽວ

2024-04-18 17:26:14 cri



ສີຂຽວຄືທາດແທ້ຂອງສິ່ງແວດລ້ອມນິເວດ ທັງເປັນສີສັນພື້ນຖານແຫ່ງການພັດທະນາ.

 

ນັບແຕ່ປີ2012ເປັນຕົ້ນມາ,  ທົ່ວປະເທດຈີນສາມາດປະຕິບັດໜ້າທີ່ການ ປູກໄມ້ໃຫ້ເປັນປ່າແລະສ້າງພື້ນທີ່ສີຂຽວສຳເລັດແລ້ວ112ລ້ານເຮັກຕາ, ເນື້ອທີ່ປູກປ່າບັນລຸເຖິງ 87,6 ລ້ານເຮັກ ຕາ, ເປັນອັນດັບໜຶ່ງຂອງໂລກ.

 

   ເມື່ອເບິ່ງໃນຂອບເຂດທົ່ວໂລກແລ້ວເຫັນວ່າ: ເນື້ອທີ່ປູກປ່າທີ່ເພີ່ມໃໝ່ໃນໄລຍະເກືອບ20ປີຜ່ານມານັ້ນ ກວມ25%ແມ່ນຈີນເປັນຜູ້ປະກອບສ່ວນ, ເປັນອັນດັບໜຶ່ງຂອງໂລກ.

 

ເປັນຫຍັງຄົນຈີນຈຶ່ງມີຄວາມມຸ່ງໝັ້ນຕໍ່ “ສີຂຽວ” ແບບນີ້?

 

ໃນເວລາລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງໄຫຫຼຳ ພາກໃຕ້ຂອງຈີນເມື່ອປີ2013, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ເລີ່ມຈາກແງ່ມູມດ້ານການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ຊີວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມສຸກ ແລະສຸຂະພາບເຂັ້ມແຂງ ໂດຍໄດ້ຊີ້ແຈງທັດສະນະອັນໜຶ່ງຢ່າງຈະແຈ້ງວ່າ: “ເວົ້າສຳລັບການດຳລົງຊີບຂອງຄົນແລ້ວ, ພູເງິນພູຄຳແມ່ນມີຄວາມສຳຄັນແນ່ນອນ, ແຕ່ວ່າ ພູຂຽວນ້ຳໃສເປັນເນື້ອໃນສຳຄັນແຫ່ງຊີວິດທີ່ມີຄວາມສຸກຂອງປະຊາຊົນ, ສິ່ງນີ້ແມ່ນເງິນຄຳບໍ່ສາມາດທົດແທນໄດ້. ເມື່ອຫາເງິນໄດ້ແລ້ວ, ແຕ່ອາກາດ, ນ້ຳດື່ມນ້ຳໃຊ້ແມ່ນບໍ່ໄດ້ມາດຕະຖານ, ຊິເວົ້າວ່າມີຄວາມສຸກໄດ້ແນວໃດ?”

 

ການສ້າງຄວາມສິວິໄລດ້ານນິເວດເປັນສິ່ງສຳຄັນພື້ນຖານທີ່ພົວພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ສ່ວນສີຂຽວເປັນສີສັນພື້ນຖານແລະຂີດໝາຍສຳຄັນແຫ່ງການເລັ່ງສ້າງຄວາມສິວິໄລດ້ານນິເວດແລະຊຸກຍູ້ການພັດທະນາຈີນດ້ວຍຄຸນນະພາບສູງ.

 

  ວັນທີ3ເມສາ2024, ໃນເວລາເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ,ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ ການປູກໄມ້ໃຫ້ເປັນປ່າສ້າງປະເທດຊາດໃຫ້ເປັນສີຂຽວແມ່ນຕ້ອງຂະຫຍາຍພື້ນທີ່ສີຂຽວ, ພັດທະນາພື້ນທີ່ສີຂຽວແລະອະນຸລັກຮັກສາພື້ນທີ່ສີຂຽວໄປຄຽງຄູ່ກັນ, ເຊິ່ງໄດ້ຊີ້ທິດທາງແລະເປົ້າໝາຍອັນຈະແຈ້ງໃຫ້ແກ່ການສ້າງຈີນສີຂຽວ.



ວັນທີ3ເມສາ2024, ທ່ານສີຈິ້ນຜິງເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງ

 

ປ່າໄມ້ບໍ່ພຽງແຕ່ເປັນ “ຄັນຮົ່ມກັນແດດ” “ເຄື່ອງດັດສົມຄວາມຊຸ່ມ”ສຳລັບຕົວເມືອງເທົ່ານັ້ນ, ຫາກຍັງເປັນສ່ວນປະກອບອັນສຳຄັນສຳລັບການປ້ອງກັນໝອກຄວັນພິດ, ປັບປຸງອາກາດໃຫ້ສົດຊື່ນ, ຮັກສາດິນແລະນ້ຳ, ປົກປັກຮັກສາແຫຼ່ງນ້ຳ, ຮັກສາຄວາມສົມດຸນຂອງລະບົບນິເວດ.

 

ການຂະຫຍາຍພື້ນທີ່ສີຂຽວກໍແມ່ນຊຸກຍູ້ການປູກໄມ້ໃຫ້ເປັນປ່າຢ່າງຂະໜາດໃຫຍ່ຕາມຫຼັກວິທະຍາສາດ, ປູກໃຫ້ເໝາະສົມກັບພື້ນທີ່, ເໝາະສົມກັບປະເພດໄມ້ທີ່ປູກ, ເໝາະສົມກັບເວລາແລະໃຊ້ວິທີອັນເໝາະສົມ, ປູກໄມ້ຕົ້ນໜຶ່ງໃຫ້ເຕີບໃຫຍ່ຕົ້ນໜຶ່ງ, ປູກໄມ້ໃນພື້ນທີ່ຜືນໜຶ່ງກໍຕ້ອງສ້າງໃຫ້ເປັນປ່າຜືນໜຶ່ງ. ໃນຂະບວນການປູກໄມ້ໃຫ້ເປັນປ່າຂອງຈີນ, ການປັບປຸງທະເລຊາຍແມ່ນພາບຫຍໍ້ອັນໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງການຂະຫຍາຍພື້ນທີ່ສີຂຽວໃຫ້ກວ້າງອອກຢ່າງບໍ່ຢຸດຢັ້ງ.

 

ໄຊ້ຫານປ້າ ແມ່ນສະຖານທີ່ຫ່າງຈາກນະຄອນຫຼວງປັກກິ່ງໄປທາງທິດເໜືອ 400 ກວ່າກິໂລແມັດ, ໃນເມື່ອກ່ອນ, ທີ່ແຫ່ງນີ້ເຄີຍເປັນດິນແດນທີ່ “ພາຍຸຊາຍເກີດຂຶ້ນແບບມືດຟ້າມົວດິນ, ນົກບໍ່ມີໄມ້ເປັນບ່ອນເພິ່ງພາອາໄສ.” ແຕ່ວ່າ ຜ່ານຈາກຄວາມພະຍາຍາມຂອງກຳມະກອນປູກໄມ້ສ້າງໃຫ້ເປັນປ່າມາເປັນເວລາຫຼາຍເຊັ່ນຄົນ, ທຸກມື້ນີ້, ໄຊ້ຫານປ້າ ໄດ້ກາຍເປັນພື້ນທີ່ປ່າໄມ້ອັນກວ້າງໃຫຍ່ໄພສານກວມເນື້ອທີ່ປະມານ 75.000 ເຮັກຕາ. ທະເລຊາຍເໝົາອູ່ຊູ້ຢູ່ທາງພາກຕາເວັນຕົກສຽງເໜືອຂອງຈີນເກີດມີມາເປັນເວລາ1.000ກວ່າປີແລ້ວ, ພາຍໃຕ້ຄວາມພະຍາຍາມຂອງບັນດາປັບປຸງທະເລຊາຍທີ່ມຸ່ງໝັ້ນຕາມຫຼັກການ “ປູກໄມ້ຕົ້ນໜຶ່ງໃຫ້ເຕີບໃຫຍ່ຕົ້ນໜຶ່ງ, ປູກໄມ້ໃນພື້ນທີ່ຜືນໜຶ່ງກໍຕ້ອງສ້າງໃຫ້ເປັນປ່າຜືນໜຶ່ງ”, ເຮັດໃຫ້ມາຮອດທຸກມື້ນີ້, ທະເລຊາຍເໝົາອູ່ຊູ້ໄດ້ກາຍເປັນແດນດິນສີຂຽວຜືນໜຶ່ງ.

 

ຈາກ “ທະເລຊາຍຂະຫຍາຍກວ້າງອອກ,  ບ່ອນດຳລົງຊີບຂອງຄົນຫຼຸດໜ້ອຍລົງ” ຈົນຮອດ “ພື້ນທີ່ສີຂຽວຂະຫຍາຍກວ້າງອອກ, ທະເລຊາຍຫຼຸດໜ້ອຍ ລົງ”, ດິນແດນສີຂຽວຂອງຈີນໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງ.

 



ທະເລຊາຍເໝົາອູ່ຊູ້

ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ

 

ການພັດທະນາພື້ນທີ່ສີຂຽວແມ່ນຕ້ອງໄດ້ເອົາໃຈໃສ່ຄຸນນະພາບແລະປະສິດທິຜົນ, ເປີດກວ້າງຊ່ອງທາງແຫ່ງການຫັນພູຂຽວນ້ຳໃສໃຫ້ເປັນພູເງິນພູຄຳ, ຊຸກຍູ້ການເສີມຂະຫຍາຍບົດບາດຂອງປ່າໄມ້ທີ່ເປັນ “ຄັງນ້ຳ, ຄັງເງິນ, ຄັງສະບຽງອາຫານ ແລະ ຄັງກາກບອນ” ແບບປະສົມປະສານກັນໃຫ້ເກີດມີປະສິດທິຜົນທີ່ດີກວ່າເກົ່າ, ເພື່ອບັນລຸປະສິດທິຜົນດ້ານນິເວດ, ປະສິດທິຜົນດ້ານເສດຖະກິດແລະປະສິດທິຜົນດ້ານສັງຄົມໄປພ້ອມກັນ.

 

ຖ້າຢາກບຸກເບີກຊ່ອງທາງແຫ່ງການຫັນພູຂຽວນ້ຳໃສໃຫ້ເປັນພູເງິນພູຄຳເປັນຢ່າງດີ, ການພັດທະນາອຸດສາຫະກຳເປັນຂໍກຸນແຈສຳຄັນ.

 

ຕົວຢ່າງ, ແຂວງຈ່ຽງຊີ ທາງພາກຕາເວັນອອກສຽງໃຕ້ຂອງຈີນ ປັດຈຸບັນມີທີ່ດິນປ່າໄມ້ທັງໝົດ10.400.000 ເຮັກຕາ, ອັດຕາການປົກຫຸ້ມຂອງປ່າໄມ້ໃນທົ່ວແຂວງບັນລຸເຖິງ63,35%, ຊຸມປີຜ່ານມານີ້, ແຂວງຈ່ຽງຊີໄດ້ເລີ່ມລົງມືຈາກອຸດສາຫະກຳປ່າໄມ້ທີ່ມີທ່າແຮງແລະມີເອກະລັກທີ່ສຸດ, ໂດຍໄດ້ວາງນະໂຍບາຍຊຸກຍູ້ການພັດທະນາເສດຖະກິດປ່າໄມ້ດ້ວຍຄຸນນະພາບສູງເຊັ່ນ: ຕົ້ນຄາເມເລຍເພື່ອຜະລິດນ້ຳມັນ, ໄມ້ໄຜ່ແລະອື່ນໆຕາມລຳດັບ ເຊິ່ງສາມາດເຮັດໃຫ້ປະຊາຊົນສ້າງລາຍໄດ້ເພີ່ມຂຶ້ນ.

 

ປີ2023, ອຸດສາຫະກຳເສດຖະກິດປ່າໄມ້ໃນທົ່ວແຂວງຈ່ຽງຊີສາມາດສ້າງມູນຄ່າການຜະລິດສັງລວມໄດ້ເຖິງ 183ຕື້ 650 ລ້ານຢວນ, ຂະໜາດແລະມູນຄ່າການຜະລິດຂອງເສດຖະກິດປ່າໄມ້ລ້ວນແຕ່ຈັດຢູ່ໃນແຖວໜ້າຂອງທົ່ວປະເທດຈີນ, ໄດ້ສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາດ້ານ “ການຫາເງິນຄຳຈາກປ່າໄມ້, ຊັບພະຍາກອນສິ່ງແວດລ້ອມນິເວດສ້າງຄວາມຮັ່ງມີໃຫ້ປະຊາຊົນ.”



ຊາວນາປູກເຫັດບໍລິໂພກຢູ່ໃນນິຄົມປ່າໄມ້ນະຄອນຝູໂຈ່ວແຂວງຈ່ຽງຊີ

 

ມີພຽງແຕ່ບໍ່ເຮັດໃຫ້ພູຂຽວນ້ຳໃສຜິດຫວັງເທົ່ານັ້ນ, ຈຶ່ງຈະໄດ້ຮັບພູເງິນພູຄຳ.

 

   ບົນເສັ້ນທາງຂະບວນການໃໝ່, ຖ້າຢາກຂຽນບົດສອບເສັງບົດໃໝ່ກ່ຽວກັບຈີນສີຂຽວ, ສ້າງສາປະເທດຈີນທີ່ສວຍງາມ, ທ່ານສີຈິນຜິງ ຍັງໄດ້ເນັ້ນໜັກໃຫ້ອະນຸລັກຮັກສາພື້ນທີ່ສີຂຽວ.

 

ການອະນຸລັກຮັກສາພື້ນທີ່ສີຂຽວແມ່ນຕ້ອງໄດ້ເພີ່ມທະວີການອະນຸລັກຮັກສາຊັບພະຍາກອນປ່າໄມ້ແລະທົ່ງຫຍ້າ, ປະຕິບັດວຽກງານປ້ອງກັນອັກຄີໄພແລະມອບໄຟ, ລົງເລິກດຳເນີນການຕິດຕາມກວດກາແລະປັບປຸງແກ້ໄຂຄວາມສ່ຽງການເກີດໄພຮ້າຍແຮງ, ປົກປັກຮັກສາຜົນງານການປູກຕົ້ນໄມ້ໃບຫຍ້າໃຫ້ເປັນພື້ນທີ່ສີຂຽວທີ່ຍາດມາໄດ້ແບບບໍ່ງ່າຍດາຍ.

 

ໃນຊຸມປີ1960-1970, ການປູກໄມ້ຢູ່ຈີນແມ່ນອາໄສແຮງງານຄົນທັງໝົດ.

 

ຕົວຢ່າງ, ໃນໄລຍະເບື້ອງຕົ້ນທີ່ສ້າງຕັ້ງນິຄົມປ່າໄມ້ຊິນຮວາແຫ່ງລັດເຂດປົກຄອງຕົນເອງມົງໂກໃນ ທາງພາກເໜືອຂອງຈີນ. ທ່ານຫຼີກຸ້ຍເຫີ ພ້ອມດ້ວຍເພື່ອນຮ່ວມງານທັງຫຼາຍໃນຖານະເປັນພະນັກງານຮຸ່ນທຳອິດຂອງນິຄົມປ່າໄມ້ໄດ້ອອກແຮງງານຢູ່ຕາມທະເລຊາຍທຸກມື້, ເຂົາເຈົ້າກົ້ມຫົວຂຸດຂຸມ, ປູກຕົ້ນໄມ້, ຫົດນ້ຳຢ່າງບໍ່ຮູ້ອິດຮູ້ເມື່ອຍ. ກຳມະກອນປ່າໄມ້ທັງຫຼາຍພັນລະນາວ່າ: ຕອນນັ້ນ ປູກໄມ້ຕົ້ນໜຶ່ງປຽບເໝືອນຕ້ອງກົ້ມຫົວນົບໄຫວ້ສາມເທື່ອ.

 

ການປູກໄມ້ໃຫ້ເປັນປ່າ, ອັດຕາການລອດເຫຼືອຂອງຕົ້ນໄມ້ແມ່ນມີບໍ່ຮອດ50%, ການທີ່ມືຖືເບັ້ຍໄມ້ຕໍ່ສູ້ກັບພາຍຸຊາຍເປັນສະພາບຄວາມເປັນຈິງອັນຮ້າຍກາດທີ່ກຳມະກອນປ່າໄມ້ຈຳຕ້ອງໄດ້ປະເຊີນໜ້າໃນເວລານັ້ນ. ໄປຄຽງຄູ່ກັບການທົດລອງຢ່າງບໍ່ຢຸດຢັ້ງ, ສະຫຼຸບບົດຮຽນເທື່ອແລ້ວເທື່ອເລົ່າ ກໍຄືການໝູນໃຊ້ເຕັກນິກວິທະຍາສາດ, ກຳມະກອນປ່າໄມ້ມຸ່ງໝັ້ນສູ້ຊົນຢ່າງບໍ່ລະລົດມາຫຼາຍເຊັ່ນຄົນ, ຈຶ່ງສາມາດສ້າງໃຫ້ມີ ນິຄົມປ່າໄມ້ທີ່ດົກໜາຂຽວງາມອຸ່ມທຸ່ມຢູ່ດິນແດນພາກເໜືອປະເທດຈີນແຫ່ງນີ້.

 



ທະຫານລາດຂັ້ນຮາກຖານກຳລັງລາດຕະເວນກວດກາຄວາມສ່ຽງການເກີດອັກຄີໄພຢູ່ກາງປ່ານະຄອນເຫີເຝີຍ ແຂວງອ່ານຮຸ່ຍ(ວັນທີ9ເມສາ2024)


ປ່າໄມ້ເປັນພາກສ່ວນຕົ້ນຕໍຂອງລະບົບນິເວດທາງບົກແລະເປັນຊັບພະຍາກອນອັນສຳຄັນ, ເປັນສິ່ງສຳຄັນດ້ານນິເວດທີ່ຄ້ຳປະກັນການດຳລົງຄົງຕົວແລະການພັດທະນາຂອງມະນຸດ.

 

ເລີ່ມແຕ່ປີ2015ເປັນຕົ້ນມາ, ເຂດປ່າໄມ້ແຫ່ງລັດສຳຄັນຢູ່ເຂດມົງໂກໃນແລະເຂດພາກຕາເວັນອອກສຽງເໜືອຂອງຈີນໄດ້ຍຸດຕິການຕັດໄມ້ເພື່ອການຄ້າຢູ່ປ່າໄມ້ທຳມະຊາດຢ່າງຮອບດ້ານ. ເລີ່ມແຕ່ປີ2016ເປັນຕົ້ນມາ, ໄດ້ຍຸດຕິການຕັດໄມ້ເພື່ອການຄ້າຢູ່ປ່າໄມ້ທຳມະຊາດຂອງນິຄົມປ່າໄມ້ແຫ່ງລັດໃນທົ່ວປະເທດຈີນຢ່າງຮອບດ້ານ. ນັບແຕ່ປີ2012ເປັນຕົ້ນມາ, ຈີນໄດ້ເພີ່ມທະວີການອະນຸລັກດິນບໍລິເວນນ້ຳ, ການປ້ອງກັນໄຟໄໝລາມປ່າ, ການປູກຕົ້ນໄມ້ໃສ່ໄຮ່ນາຮົ້ວສວນຄືນໃໝ່, ປູກໄມ້ໃສ່ພູເຮື້ອໃຫ້ເປັນປ່າ, ປູກຕົ້ນໄມ້ໃບຫຍ້າສ້າງພື້ນທີ່ສີຂຽວໃນຕົວເມືອງ, ການສ້າງປ່າປ້ອງກັນນາສວນແລະອື່ນໆຢ່າງບໍ່ຢຸດຢັ້ງ ໂດຍຖືເອົາວຽກງານອະນຸລັກຮັກສາພື້ນທີ່ສີຂຽວໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ.

 

ທ່ານສີຈິ້ນຜິງຊີ້ອອກວ່າ: ປ່າໄມ້ແມ່ນມໍລະດົກທີ່ຄົນເຮົາສືບທອດມາຈາກບັນພະບຸລຸດ, ຕ້ອງຮັກສາໄວ້ໃຫ້ລູກຫຼານຄົນຮຸ່ນຫຼັງ, ບໍ່ໃຫ້ບັນພະບຸລຸດຜິດຫວັງ ທັງບໍ່ໃຫ້ລູກຫຼານຜິດຫວັງນຳອີກ. ເພິ່ນໄດ້ມີຄຳຊີ້ນຳສຳຄັນຫຼາຍເທື່ອໃຫ້ຖ່າຍທອດຄວາມຕັດສິນໃຈໃນການຂະຫຍາຍພື້ນທີ່ສີຂຽວ, ພັດທະນາພື້ນທີ່ສີຂຽວແລະອະນຸລັກຮັກສາພື້ນທີ່ສີຂຽວ.

 

ສີຂຽວເປັນແຫຼ່ງກຳເນີດຄວາມມີຊີວິດຊີວາຢ່າງບໍ່ມີຂອບເຂດ, ເປັນຄວາມຫວັງແຫ່ງຄວາມສິວິໄລດ້ານນິເວດ, ຍິ່ງເປັນພື້ນຖານແຫ່ງຄວາມຜາສຸກຂອງປະຊາຊົນ.

 

ທຳມະຊາດນິເວດເພິ່ງພາອາໄສເຊິ່ງກັນແລະກັນ ແລະມີການພົວພັນກັນຢ່າງສະໜິດແຟ້ນ, ມີພຽງແຕ່ຂະຫຍາຍພື້ນທີ່ສີຂຽວ, ພັດທະນາພື້ນທີ່ສີຂຽວແລະອະນຸລັກຮັກສາພື້ນທີ່ສີຂຽວໄປຄຽງຄູ່ກັນ, ວາງແຜນເປັນເອກກະພາບກັນຊຸກຍູ້ການອະນຸລັກແລະບູລະນະພູຜາ ແມ່ນ້ຳ ປ່າໄມ້, ທົ່ງນາ, ໜອງບຶງ, ທົ່ງຫຍ້າ, ທະເລຊາຍ ແລະພູຫິມະລານນ້ຳກ້ອນໃຫ້ເປັນອັນໜຶ່ງອັນດຽວກັນເທົ່ານັ້ນ, ຈຶ່ງຈະສາມາດຍົກສູງຄຸນນະພາບແລະເພີ່ມຄວາມໝັ້ນທ່ຽງຂອງລະບົບນິເວດຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນແລະລູກຫຼານຄົນຮຸ່ນຫຼັງສືບຕໍ່ໄດ້ຊົມໃຊ້ຊີວິດສີຂຽວທີ່ມີຄຸນນະພາບສູງ.