ຈີນສະໜັບສະໜູນໃຫ້ປາແລັດສະຕິນເຂົ້າເປັນປະເທດສະມາຊິກທາງການຂອງອົງການສະຫະປະຊາຊາດ

2024-04-18 16:16:27 cri

 

    ວັນທີ 18 ເມສານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານນາງເຣດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິດໂດເນເຊຍໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ.

    ທ່ານວາງຢີ້ກ່າວວ່າ: ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນໄດ້ເຮັດໃຫ້ເກີດໄພພິບັດດ້ານມະນຸດສະທຳ, ສະນັ້ນ, ຄວນຢຸດຍິງກັນໂດຍບໍ່ມີເງື່ອນໄຂໃນທັນທີ, ສ້າງກົນໄກຊ່ວຍເຫຼືອດ້ານມະນຸດສະທຳໂດຍໄວ, ຫຼີກລ່ຽງບໍ່ໃຫ້ສະຖານະການຮຸນແຮງຂຶ້ນຕື້ມອີກ. ຈີນສະໜັບສະໜູນໃຫ້ປາແລັດສະຕິນເຂົ້າເປັນປະເທດສະມາຊິກທາງການຂອງອົງການສະຫະປະຊາຊາດ

    ພາຍໃຕ້ຄວາມຮຽກຮ້ອງຕ້ອງການອັນແຮງກ້າຂອງປະເທດອາຣັບ, ຄາດວ່າຕອນບ່າຍວັນທີ 18 ເມສານີ້, ອົງການສະຫະປະຊາຊາດອາດຈະດຳເນີນການລົງຄະແນນສຽງກ່ຽວກັບການຮັບເອົາປາແລັດສະຕິນເຂົ້າເປັນປະເທດສະມາຊິກທາງການ.