ວິສາຫະກິດປັນຍາປະດິດຂອງຈີນຫຼາຍກວ່າ 4.500 ແຫ່ງ

2024-04-19 15:17:24 cri


   ວັນທີ 18 ເມສານີ້ ກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນເຜີຍໃຫ້ຮູ້ວ່າ: ວິສາຫະກິດປັນຍາປະດິດຂອງຈີນມີຫຼາຍກວ່າ 4.500 ແຫ່ງແລ້ວ. ປັນຍາປະດິດແມ່ນເຕັກນິກທາງຍຸດທະສາດທີ່ນຳພາການປະຕິວັດດ້ວຍວິທະຍາສາດເຕັກໂນໂລຊີແລະການປະຕິຮູບອຸດສາຫະກຳຮອບໃໝ່, ເປັນພະລັງຂັບເຄື່ອນທີ່ສຳຄັນໃນການຫັນເປັນອຸດສາຫະກຳແບບໃໝ່.

   ໃນບາດກ້າວຕໍ່ໄປ, ຈີນຈະດຳເນີນກິດຈະການສະເພາະໃນດ້ານການສ້າງສາມາດດ້ວຍປັນຍາປະດິດໂດຍແນໃສ່ຂະແໜງການສຳຄັນທີ່ມີອິດທິພົນຫຼາຍ, ມີພະລັງຊຸກຍູ້ທີ່ແຂງແຮງ ແລະມີພື້ນຖານການຫັນເປັນດີຈິຕອນທີ່ດີ ຕໍ່ເສດຖະກິດແຫ່ງຊາດ, ລົງເລິກການເຊື່ອມໂຍງນຳໃຊ້ເຕັກນິກປັນຍາປະດິດໃນຂະແໜງການຜະລິດ, ຍົກສູງລະດັບການຫັນເປັນປັນຍາປະດິດໃນດ້ານການຄົ້ນຄວ້າພັດທະນາ, ການຜະລິດ, ການບໍລິການ ແລະການຄຸ້ມຄອງເປັນຕົ້ນຢ່າງຫຼວງຫຼາຍ.