ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 5

2024-04-19 15:26:36 cri

ຕອນເຊົ້າວັນທີ 19 ເມສານີ້, ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນໄດ້ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 5 ຈາກໂຮງໄຟຟ້ານິວເຄລຍເລກໜຶ່ງຟຸກຸຊິມະ ເຊິ່ງເປັນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທຳອິດໃນສົກປີງົບປະມານ 2024 (ເດືອນເມສາ 2024 ຫາເດືອນມີນາ 2025). ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນຮອບນີ້ຄາດວ່າຈະດຳເນີນໄປເຖິງວັນທີ 7 ພຶດສະພານີ້ ແລະຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍປະມານ 7.800 ໂຕນ.

 

ບໍລິສັດພະລັງງານໄຟຟ້າໂຕກຽວມີແຜນຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍປະມານ 54.600 ໂຕນລົງສູ່ທະເລໂດຍແບ່ງອອກເປັນ 7 ຊຸດໃນສົກປີງົບປະມານ 2024.