ເຈົ້າໜ້າທີ່ອີຣານ: ສິ່ງກໍ່ສ້າງນິວເຄລຍຂອງອີຣານໄດ້ກຽມພ້ອມແລ້ວໃນການປ້ອງກັນປະເທດ ເພື່ອຮັບມືກັບໄພຂົ່ມຂູ່

2024-04-19 15:34:12 cri

ວັນທີ 18 ເມສານີ້, ສື່ມວນຊົນອີຣານລາຍງານວ່າ: ຜູ້ບັນຊາການຂອງກອງກຳລັງປ້ອງກັນປະຕິວັດອິດສະລາມອີຣານທີ່ຮັບຜິດຊອບຄວາມປອດໄພຂອງສິ່ງກໍ່ສ້າງນິວເຄລຍກ່າວວ່າ: ເຖິງວ່າອີງຕາມກົດລະບຽບຂອງອົງການພະລັງງານປະລາມານູສາກົນ, ທຸກປະເທດແມ່ນຖືກຫ້າມບໍ່ໃຫ້ບຸກໂຈມຕີສິ່ງກໍ່ສ້າງນິວເຄລຍ, ແຕ່ອີຣານຍັງໄດ້ກຽມພ້ອມແລ້ວເພື່ອຮັບມືກັບໄພຂົ່ມຂູ່ຈາກອິດສະຣາແອນ. ຖ້າອິດສະຣາແອນດຳເນີນການໂຈມຕີຕໍ່ສິ່ງກໍ່ສ້າງນິວເຄລຍຂອງອີຣານ, ແນ່ນອນຈະຜະເຊີນໜ້າກັບການຕອບໂຕ້ຈາກອີຣານ. ນອກນີ້, ລະບົບປ້ອງກັນອາກາດຂອງອີຣານໄດ້ເປີດນຳໃຊ້ຢູ່ຫຼາຍແຂວງໃນທົ່ວປະເທດ.

 

ວັນທີ 19 ເມສານີ້, ສະຖານີໂທລະພາບແຫ່ງຊາດອີຣານໄດ້ລາຍງານວ່າ: ສຽງລະເບີດທີ່ໄດ້ຍິນຢູ່ຫຼາຍແຫ່ງໃນທົ່ວປະເທດອີຣານໃນມື້ດຽວກັນນັ້ນແມ່ນເກີດຈາການສະກັດກັ້ນຕໍ່ບັນດາເຮືອບິນບໍ່ມີຄົນຂັບທີ່ໜ້າສົງໄສໂດຍລະບົບປ້ອງກັນອາກາດຂອງອີຣານ.