ອາເມຣິກາປົກປັກຮັກສາຖານະເຈົ້າອຳນາດຂອງຕົນດ້ວຍຂໍ້ອ້າງຊ່ວຍເຫຼືອຕ່າງປະເທດ

2024-04-19 17:42:52 cri


    ວັນທີ 19 ເມສານີ້, ສະຖາບັນຄົ້ນຄວ້າຂອງກະຊວງການຄ້າຈີນໄດ້ເປີດເຜີຍບົດລາຍງານວ່າດ້ວຍຄວາມໃຈດີແບບຈອມປອມ ແລະ ຄວາມເປັນຈິງຂອງອາເມຣິການໃນການຊ່ວຍເຫຼືອຕ່າງປະເທດ, ໂດຍໄດ້ຖືເອົາເລື່ອງຈິງ ແລະ ຂໍ້ມູນເປັນຫຼັກຖານ ເພື່ອມາເປີດເຜີຍຄວາມໃຈດີແບບຈອມປອມ ແລະ ຜົນກະທົບອັນຮ້າຍແຮງຂອງອາເມຣິການໃນດ້ານການຊ່ວຍເຫຼືອ ເຊິ່ງໄດ້ຢືນຢັນໃຫ້ເຫັນຢ່າງເຕັມທີ່ວ່າ: ອາເມຣິກາໄດ້ຖືເອົາການຊ່ວຍເຫຼືອຕ່າງປະເທດເປັນຂໍ້ອ້າງ, ເຮັດຕາມລຳພັງ, ສ້າງຄວາມວຸ້ນວາຍຕໍ່ລະບຽບການພັດທະນາສາກົນ, ທຳລາຍຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງໂລກ.

    ເນື້ອໃນບົດລາຍງານລະບຸວ່າ: ເມື່ອເບິ່ງຈາກປະຫວັດສາດດ້ານການຊ່ວຍເຫຼືອຕ່າງປະເທດມາເປັນເວລາ 70 ກວ່າປີຂອງອາເມຣິກາແລ້ວ, ທາດແທ້ແມ່ນເພື່ອປົກປັກຮັກສາຖານະເຈົ້າອຳນາດຂອງຕົນ. ອາເມຣິກາໄດ້ກອບໂກຍເອົາຜົນປະໂຫຍດຈາກປະເທດພວມພັດທະນາໂດຍຜ່ານການຊ່ວຍເຫຼືອ ເພື່ອຮັບປະກັນເຈົ້າອຳນາດດ້ານການທະນາຄານ, ການທະຫານ ແລະ ວັດທະນະທຳຂອງຕົນ. ອາເມຣິກາບໍ່ພຽງແຕ່ສ້າງຄວາມຮັ່ງມີຈາກວິກິດການດ້ານມະນຸດສະທຳເທົ່ານັ້ນ, ຍັງເຮັດໃຫ້ວິກິດການດ້ານມະນຸດສະທຳຮຸນແຮງຂຶ້ນໂດຍຜ່ານການຊ່ວຍເຫຼືອອີກດ້ວຍ. ປັດຈຸບັນນີ້, ວິກິດການດ້ານມະນຸດສະທຳຢູ່ປະເທດອູແກຣນ, ອິຣັກ, ອາຟະການິດສະຖານ, ລີບີ, ຊີຣີ ແລະ ປາກິດສະຖານເປັນຕົ້ນ ແມ່ນປັດສະຈາກການແຊກແຊງ ແລະ ການສ້າງຄວາມປັ່ນປ່ວນຂອງອາເມຣິກາບໍ່ໄດ້.

    ອາເມຣິກາປົກປັກຮັກສາຖານະເຈົ້າອຳນາດຂອງຕົນດ້ວຍຂໍ້ອ້າງຊ່ວຍເຫຼືອຕ່າງປະເທດ ຍ່ອມຈະທຳຮ້າຍປະເທດອື່ນ ແລະ ສົ່ງຜົນກະທົບຕໍ່ປະເທດຕົນ,  ທັງຈະຖືກປະຊາຊົນໃນທົ່ວໂລກປະຖິ້ມ.