ເປັນຫຍັງເຂົາເຈົ້າຈຶ່ງເວົ້າວ່າ ຕະຫຼາດຂອງຈີນເປັນ “ບ່ອນທີ່ໃຈສະແຫວງຫາ”?

2024-04-19 15:22:56 cri

ງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນໃນປີນີ້ໄດ້ດຶງດູດຫຼາຍກວ່າ 4.000 ຍີ່ຫໍ້ທີ່ມາຈາກ 71 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ, ວິສາຫະກິດ ແລະ ຍີ່ຫໍ້ຕ່າງປະເທດທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ຕ່າງກໍມີຈຳນວນຫຼາຍກວ່າຄັ້ງທີ່ຜ່ານມາ; ມີຫຼາຍກວ່າ 1.462 ຜະລິດຕະພັນໃໝ່ ແລະ 84 ຍີ່ຫໍ້ທັງພາຍໃນ ແລະ ຕ່າງປະເທດຈີນເປີດໂຕເປັນຄັ້ງທຳອິດໃນງານວາງສະແດງຄັ້ງນີ້, ອັງກິດ, ມົງໂກຣີ ແລະ ມາເລເຊຍຈັດຕັ້ງຄະນະເຂົ້າຮ່ວມງານວາງສະແດງດັ່ງກ່າວເປັນຄັ້ງທຳອິດ…..ເຈົ້າໜ້າທີ່ການທູດດ້ານການຄ້າຂອງອັງກິດປະຈຳຈີນກ່າວວ່າ: ຕະຫຼາດຂອງຈີນເຕັມໄປດ້ວຍໂອກາດ ແລະ ມີກຳລັງການແຂ່ງຂັນທີ່ດີ, ເຊິ່ງວິສາຫະກິດອັງກິດແມ່ນສາມາດຖອດຖອນເອົາບົດຮຽນຢູ່ຈີນໄດ້.

ຕະຫຼາດເປັນຊັບພະຍາກອນທີ່ຫາຍາກທີ່ສຸດ. ເວົ້າສຳລັບວິສາຫະກິດຕ່າງປະເທດແລ້ວ, ຕະຫຼາດທີ່ມີຂະໜາດໃຫຍ່ເປັນພິເສດຂອງຈີນກ່ອນອື່ນແມ່ນໝາຍເຖິງລາຍໄດ້ໃນລະດັບສູງ. ໃນໄຕມາດທຳອິດປີນີ້, ອັດຕາປະກອບສ່ວນຂອງການບໍລິໂພກ-ອຸປະໂພກທີ່ມີຕໍ່ GDP ຂອງຈີນໄດ້ບັນລຸເຖິງ 73,7%; ໃນເດືອນເມສາປີນີ້, ດັດຊະນີຄວາມຈະເລີນຮຸ່ງເຮືອງຂອງຂະແໜງການຂາຍຍ່ອຍຂອງຈີນບັນລຸເຖິງ 50,4%.

ໃນສາຍຕາຂອງວິສາຫະກິດຕ່າງປະເທດ, ຕະຫຼາດຂອງຈີນຍັງໄດ້ສ້າງພະລັງຂັບເຄື່ອນດ້ານການປະດິດສ້າງໃໝ່ໃຫ້ເຂົາເຈົ້າຢ່າງບໍ່ຢຸດຢັ້ງ. ໃນງານວາງສະແດງເຄື່ອງອຸປະໂພກ-ບໍລິໂພກສາກົນຈີນຄັ້ງນີ້, ຜະລິດຕະພັນທີ່ເປີດໂຕໃໝ່ຈຳນວນບໍ່ໜ້ອຍແມ່ນມີສ່ວນຮ່ວມຂອງເຕັກນິກຈີນ. ວິສາຫະກິດທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ກ່າວວ່າ: “ພວກເຮົາສາມາດໄດ້ຮັບບົດຮຽນຢູ່ບ່ອນນີ້ໂດຍກົງເລີຍ ແລ້ວເຜີຍແຜ່ເຕັກນິກໃໝ່ໄປສູ່ທົ່ວໂລກ.”

ສິ່ງທີ່ໜ້າສົນໃຈນັ້ນກໍຄື: ພາຍຫຼັງຈີນປະຕິບັດນະໂຍບາຍ “ເປີດກວ້າງຂອບເຂດກ່ຽວກັບການຍົກເວັ້ນວີຊາເຂົ້າໄຫຫຼຳສຳລັບບຸກຄົນ 59 ປະເທດ” ແລ້ວ, ແຂກຕ່າງປະເທດທີ່ມາເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ບໍ່ຈຳເປັນຕ້ອງເຮັດວີຊ່າແລ້ວ. ນີ້ເປັນເຫດການທີ່ສ່ອງແສງໃຫ້ເຫັນເຖິງການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ.

ໃນມື້ທີ່ງານວາງສະແດງໃນຄັ້ງນີ້ສຳເລັດລົງ, ມີວິສາຫະກິດ 36 ແຫ່ງໄດ້ຢືນຢັນຈະເຂົ້າຮ່ວມງານວາງສະແດງຄັ້ງຕໍ່ໄປ. ໃນຂະນະດຽວກັນ, ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຈີນຄັ້ງທີ 135 ໄດ້ໄຂຂຶ້ນຢູ່ນະຄອນກວາງໂຈ່ວ. ງານວາງສະແດງຈັດຂຶ້ນຄັ້ງຕໍ່ຄັ້ງ, ໝູ່ເພື່ອນມາຢາມຢ່າງບໍ່ຂາດສາຍ ເຊິ່ງດັ່ງທີ່ນັກລົງທຶນຕ່າງປະເທດຫຼາຍທ່ານເວົ້າວ່າ: ບໍ່ວ່າແມ່ນເພື່ອນເກົ່າ ຫຼື ແຂກໃໝ່, ຕະຫຼາດຂອງຈີນເປັນ “ບ່ອນທີ່ໃຈສະແຫວງຫາ” ຂອງເຂົາເຈົ້າ.