ລັດຖະມົນຕີກະຊວງການຕ່າງປະເທດຈີນ: ການປະຕິບັດຕາມກົດໝາຍສາກົນບໍ່ມີ “ຂໍ້ຍົກເວັ້ນ” ແລະອາເມຣິກາກໍບໍ່ມີ “ສິດທິພິເສດ”

2024-04-19 15:25:14 cri

ວັນທີ 18 ເມສານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານນາງ ເຣໂທ ເລສຕາຣິ ປີແອນສາຣີ ມາສຸດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍຢູ່ຈາກາຕາ ຫຼັງຈາກນັ້ນກໍພົບປະກັບນັກຂ່າວຮ່ວມກັນ.

 

ຕໍ່ຄຳຖາມທີ່ວ່າ “ຈີນມີຫຼັກໝັ້ນຄືແນວໃດຕໍ່ປະຊາຄົມໂລກທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໂດຍໄວ ແລະຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເສີມຂະຫຍາຍບົດບາດ”, ທ່ານວາງຢີ້ຕອບວ່າ: ສະພາຄວາມໝັ້ນຄົງຂອງອົງການສປຊໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຄົມໂລກ, ສືບຕໍ່ຄົ້ນຄວ້າພິຈາລະນາຮ່າງມະຕິກ່ຽວກັບການຢຸດຍິງຢູ່ເຂດກາຊາ, ແຕ່ຖືກປະຕິເສດໂດຍອາເມຣິກາຊ້ຳແລ້ວຊ້ຳອີກ. ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງໄດ້ຮັບຮອງເອົາມະຕິເລກ 2728 ທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີເປັນເທື່ອທຳອິດໃນທີ່ສຸດ, ອາເມຣິກາເລືອກບໍ່ອອກສຽງໃນການລົງຄະແນນສຽງ, ແຕ່ພັດອ້າງວ່າມະຕິນີ້ “ບໍ່ມີຜົນສັກສິດ” ສິ່ງນີ້ໄດ້ເປີດເຜີຍຈິດໃຈການເປັນມະຫາອຳນາດຂອງອາເມຣິກາອີກ.

 

ທ່ານວາງຢີ້ເໜັ້ນໜັກວ່າ: ທຸກໆປະເທດສະມາຊິກຂອງອົງການສປຊກໍຮູ້ວ່າ ມະຕິຂອງສະພາຄວາມໝັ້ນຄົງທັງໝົດລ້ວນແຕ່ແມ່ນກົດໝາຍສາກົນ ແລະມີຜົນສັກສິດທາງກົດໝາຍ, ອາເມຣິກາຖືເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງຍິ່ງຄວນນຳໜ້າປະຕິບັດ. ຫວັງວ່າອາເມຣິກາປະຖິ້ມຈິດໃຈການເປັນມະຫາອຳນາດ ແລະຫັນມາຟັງສຽງຂອງປະຊາຄົມໂລກຢ່າງຕັ້ງໃຈ. ໃນບັນຫາທີ່ປະຕິບັດຕາມກົດໝາຍສາກົນ ລວມທັງປະຕິບັດຕາມກົດລະບຽບຂອງສະພາຄວາມໝັ້ນຄົງ, ອາເມຣິກາບໍ່ມີ “ສິດທິພິເສດ”.