ການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເຮັດໃຫ້ເຂດກາຊາມີຜູ້ເສຍຊີວິດຫຼາຍກວ່າ 34.000 ຄົນ

2024-04-20 15:46:19 cri


ວັນທີ 19 ເມສານີ້, ພາກສ່ວນສາທາລະນະສຸກເຂດກາຊາໄດ້ອອກຖະແຫຼງການວ່າ: ໃນເວລາ 24 ຊົ່ວໂມງຜ່ານມານີ້, ກອງທັບອິດສະຣາແອນໄດ້ປະຕິບັດການເຄື່ອນໄຫວທາງທະຫານຢູ່ເຂດກາຊາ 4 ເທື່ອ, ເຮັດໃຫ້ມີຜູ້ເສຍຊີວິດ 42 ຄົນ ແລະ ບາດເຈັບ 63 ຄົນ.

ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບໃໝ່ເມື່ອວັນທີ 7 ຕຸລາ 2023 ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາໄດ້ເຮັດໃຫ້ຊາວປາແລັດສະຕິນເສຍຊີວິດ 34.012 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ 76.833 ຄົນ.