ຈັດກອງປະຊຸມຄັ້ງທີ4ຂອງກົນໄກສົນທະນາລະດັບສູງເພື່ອການຮ່ວມມືຈີນ-ອິນໂດເນເຊຍ

2024-04-20 12:48:10 cri



   ວັນທີ19ເມສານີ້, ຢູ່ອິນໂດເນເຊຍ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະທ່ານລູຮຸດ ປານຈາຍຕັນ ລັດຖະມົນຕີກະຊວງປະສານງານກິດຈະການທາງທະເລແລະການລົງທຶນອິນໂດເນເຊຍ ຫົວໜ້າຄະນະຮັບຜິດຊອບການຮ່ວມມືກັບຈີນຂອງອິນໂດເນເຊຍໄດ້ຮ່ວມກັນເປັນປະທານກອງປະຊຸມຄັ້ງທີ4ຂອງກົນໄກສົນທະນາລະດັບສູງເພື່ອການຮ່ວມມືຈີນ-ອິນໂດເນເຊຍ.



  ໃນໂອກາດດັ່ງກ່າວ, ທ່ານຫວາງຢີ້ກ່າວຢືນຢັນວ່າ ຈີນຍິນດີລົງເລິກການເຊື່ອມຕໍ່ກັນຢ່າງຮອບດ້ານລະຫວ່າງ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດການພັດທະນາຂອງອິນໂດເນເຊຍ, ມຸ່ງໝັ້ນໃນການສ້າງ “ແລວເສດຖະກິດກວມລວມພາກພື້ນ” ແລະ “ສອງເຂດນິຄົມສອງປະເທດ” ໃຫ້ເປັນສອງໂຄງການສັນຍາລັກໃໝ່, ເປີດກວ້າງການຮ່ວມມືໃນ3ຈຸດສຸມຄື ເສດຖະກິດດິຈີຕອນ, ການພັດທະນາສີຂຽວແລະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ.



   ທ່ານລູຮຸດ ປານຈາຍຕັນໄດ້ສະແດງຄວາມຊົມເຊີຍຕໍ່ຈີນທີ່ຈັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຢ່າງສຳເລັດຜົນ, ຂະນະທີ່ອິນໂດເນເຊຍໄດ້ຈັດການເລືອກຕັ້ງທົ່ວໄປຢ່າງສຳເລັດຜົນເຊັ່ນດຽວກັນ, ລັດຖະບານຊຸດໃໝ່ຈະສືບຕໍ່ປະຕິບັດນະໂຍບາຍໄມຕີຈິດມິດຕະພາບຕໍ່ຈີນ, ຍຶດໝັ້ນປະຕິບັດຫຼັກການປະເທດຈີນດຽວ, ສຸມໃສ່ລົງເລິກການຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງສອງປະເທດ.