ຈັດພິທີສ້າງຕັ້ງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານຂອງກອງທັບປົດປ່ອຍປະຊາຊົນຈີນຢູ່ນະຄອນຫຼວງປັກກິ່ງ

2024-04-20 12:18:02 cri



ພິທີສ້າງຕັ້ງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 19 ເມສານີ້ຢູ່ຫໍປ່າຢີ່ ທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ມອບທຸງໄຊໃຫ້ກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານພ້ອມທັງກ່າວຄຳຊີ້ນຳ ໂດຍໄດ້ຕາງໜ້າໃຫ້ສູນກາງພັກແລະຄະນະກຳມະການການທະຫານສູນກາງສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ນາຍແລະພົນທະຫານທຸກຖ້ວນໜ້າຂອງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານ.

ຫຼັງຈາກພິທີມອບທຸງໄຊ, ທ່ານສີຈິ້ນຜິງໄດ້ກ່າວຄຳຊີ້ນຳໂດຍຊີ້ໃຫ້ເຫັນວ່າ: ການປັບປຸງແລະສ້າງຕັ້ງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານເປັນນະໂຍບາຍສຳຄັນທີ່ສູນກາງພັກແລະຄະນະກຳມະການການທະຫານສູນກາງວາງອອກໂດຍເລີ່ມຈາກສະພາບລວມຂອງພາລະກິດສ້າງກອງທັບໃຫ້ເຂັ້ມແຂງ, ເປັນມາດຕະການຍຸດທະສາດເພື່ອສ້າງໂຄງປະກອບເຫຼົ່າທັບແບບໃໝ່ ແລະປັບປຸງລະບົບກຳລັງທະຫານທັນສະໄໝທີ່ມີສີສັນພິເສດຂອງຈີນ ເຊິ່ງມີຄວາມໝາຍສຳຄັນອັນເລິກເຊິ່ງໃນໄລຍະຍາວຕໍ່ການເລັ່ງຂະບວນການສ້າງຄວາມທັນສະໄໝດ້ານການປ້ອງກັນປະເທດແລະກອງທັບ, ປະຕິບັດພາລະກິດຂອງກອງທັບປະຊາຊົນໃນຍຸກໃໝ່ຢ່າງມີປະສິດທິຜົນ.