ໄຕມາດທີໜຶ່ງປີນີ້, ມູນຄ່າສິນຄ້າຂາເຂົ້າຂາອອກຂອງຈີນກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸຫຼາຍກວ່າ 4.800 ຕື້ຢວນ

2024-04-20 15:47:36 cri


ຕອນບ່າຍວັນທີ 19 ເມສານີ້ ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນຳສະພາບວຽກງານ ແລະ ການເຄື່ອນໄຫວດ້ານການຄ້າໃນໄຕມາດທີໜຶ່ງປີນີ້.

ທ່ານຢາງຖ່າວ ຫົວໜ້າກົມສັງລວມກະຊວງການຄ້າຈີນກ່າວວ່າ: ໃນໄຕມາດທີໜຶ່ງປີນີ້, ມູນຄ່າສິນຄ້າຂາເຂົ້າຂາອອກຂອງຈີນກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸຫຼາຍກວ່າ 4.800 ຕື້ຢວນ, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ການລົງທຶນໂດຍກົງທີ່ບໍ່ແມ່ນປະເພດການເງິນຂອງຈີນຢູ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ມີເຖິງ 54,32 ຕື້ຢວນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນໄຕມາດທີໜຶ່ງປີນີ້, ມູນຄ່າການດຳເນີນທຸລະກິດຂອງໂຄງການຮັບເໝົາຢູ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸເຖິງ 184,6 ຕື້ຢວນ, ເພີ່ມຂຶ້ນ 7,9%.