ຖ້ອຍຄຳອາເມຣິກາທີ່ເອີ້ນວ່າ “ກຳລັງການຜະລິດທີ່ເກີນຄວາມຕ້ອງການ” ທາດແທ້ແມ່ນເພື່ອສະກັດກັ້ນການພັດທະນາອຸດສາຫະກຳຂອງຈີນ

2024-04-20 12:46:11 cri



 ໂດຍແນໃສ່ກໍລະນີທີ່ອາເມຣິກາ ປ່າວຂ່າວຢ່າງຕໍ່ເນື່ອງໃນປະເດັນອັນທີ່ເອີ້ນວ່າ “ກຳລັງການຜະລິດທີ່ເກີນຄວາມຕ້ອງການ”ຂອງຈີນໃນຫວ່າງມໍ່ໆມານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຕອບໂຕ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ19ເມສານີ້ວ່າ: ຖ້ອຍຄຳອາເມຣິກາທີ່ເອີ້ນວ່າ “ກຳລັງການຜະລິດທີ່ເກີນຄວາມຕ້ອງການຂອງຈີນ” ແມ່ນມີຈຸດປະສົງເພື່ອສະກັດກັ້ນການພັດທະນາອຸດສາຫະກຳຂອງຈີນ.

ທ່ານຫຼິນຈ້ຽນກ່າວຕື່ມວ່າ: ອີງຕາມທັດສະນະຂອງອາເມຣິກາແລ້ວ, ແຜ່ນຊິບອາເມຣິກາໂດຍສະເພາະແມ່ນແຜ່ນຊິບຊັ້ນຍອດກວມ80%ແມ່ນສົ່ງອອກໄປຕ່າງປະເທດ, ຊີ້ນໝູແລະຜະລິດຕະພັນກະສິກຳກໍໄດ້ສົ່ງອອກໄປຂາຍຢູ່ຕ່າງປະເທດຢ່າງຫຼວງຫຼາຍເຊັ່ນດຽວກັນ, ຄັນຊັ້ນ ກໍລະນີແບບນີ້ກໍຈະສາມາດເອີ້ນວ່າ “ກຳລັງການຜະລິດທີ່ເກີນຄວາມຕ້ອງການ” ໄດ້ຫຼືບໍ່? ອາເມຣິກາກ່າວຖ້ອຍຄຳອັນທີ່ເອີ້ນວ່າ “ກຳລັງການຜະລິດທີ່ເກີນຄວາມຕ້ອງການຂອງຈີນ” ແມ່ນມີຈຸດປະສົງເພື່ອສະກັດກັ້ນການພັດທະນາອຸດສາຫະກຳຂອງຈີນ, ເພື່ອສະແຫວງຫາຖານະການແຂ່ງຂັນແລະທ່າແຮງດ້ານຕະຫຼາດທີ່ມີຜົນດີຫຼາຍກວ່າເກົ່າໃຫ້ກັບປະເທດຕົນ.

ທ່ານຫຼິນຈ້ຽນກ່າວຕື່ມອີກວ່າ: ທ່າແຮງດ້ານອຸດສາຫະກຳພະລັງງານໃໝ່ຂອງຈີນແມ່ນສ້າງຂຶ້ນໂດຍຜ່ານຈາກການປະດິດສ້າງດ້ານວິທະຍາສາດເຕັກນິກຢ່າງບໍ່ຢຸດຢັ້ງແລະການແຂ່ງຂັນໃນຕະຫຼາດຢ່າງເຕັມສ່ວນ. ຈີນເລັ່ງທວງໃຫ້ອາເມຣິກາຈົ່ງປະຖິ້ມແນວຄິດມະຫາອຳນາດ, ເຄົາລົບແລະປະຕິບັດຕາມຫຼັກການເສດຖະກິດຕະຫຼາດແລະກົດລະບຽບເສດຖະກິດການຄ້າສາກົນຢ່າງແທ້ຈິງ, ຮ່ວມກັບປະຊາຄົມໂລກເພື່ອຊຸກຍູ້ເສດຖະກິດໂລກາພິວັດໃຫ້ຂະຫຍາຍຕົວໄປສູ່ທິດທາງທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງແລະກວມລວມກວ່າເກົ່າ.