ອົງການອະນາໄມໂລກແຈ້ງສະພາບການແພ່ລະບາດຂອງພະຍາດໄຂຫວັດສັດປີກສາຍ A H5N1 ທີ່ເກີດຂຶ້ນຢູ່ອາເມຣິກາ

2024-04-20 15:31:02 cri


ວັນທີ 19 ເມສານີ້, ອົງການອະນາໄມໂລກໄດ້ຈັດກອງປະຊຸມຖະແຫຼງຂ່າວ. ຜູ້ຊ່ຽວຊານຂອງອົງການອະນາໄມໂລກໄດ້ແຈ້ງສະພາບພື້ນຖານກ່ຽວກັບການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກສາຍ A H5N1 ທີ່ເກີດຂຶ້ນຢູ່ອາເມຣິກາໃນຫວ່າງມໍ່ໆມານີ້.

ຜູ້ຊ່ຽວຊານກ່າວວ່າ: ໃນຫຼາຍມື້ຜ່ານມານີ້ຢູ່ຫຼາຍລັດຂອງອາເມຣິກາໄດ້ພົບເຫັນງົວຈຳນວນໜຶ່ງຕິດເຊື້ອພະຍາດໄຂ້ຫວັດສັດປີກສາຍ A H5N1.

ປັດຈຸບັນ, ອົງການອະນາໄມໂລກພວມປະເມີນຄວາມສ່ຽງຈາກການແພ່ລະບາດຂອງພະຍາດເທື່ອນີ້, ພ້ອມທັງຮຽກຮ້ອງໃຫ້ປະເທດຕ່າງໆຈົ່ງຮັກສາຄວາມລະມັດລະວັງ, ເພີ່ມທະວີການປະຕິບັດມາດຕະການຮັກສາຄວາມປອດໄພຢູ່ຟາມລ້ຽງສັດ.