ປີນີ້ ຈີນມີແຜນການຈະປູກພືດພັນທັນຍາຫານໃນເນື້ອທີ່ຫຼາຍກວ່າ 118 ລ້ານເຮັກຕາ

2024-04-20 12:44:29 cri



ຕອນເຊົ້າວັນທີ19ເມສານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໃນໂອກາດດັ່ງກ່າວ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງກະສິກຳແລະຊົນນະບົດຈີນແຈ້ງໃຫ້ຮູ້ວ່າ: ປີນີ້ ລັດຖະບານຈະສືບຕໍ່ເພີ່ມທະວີການສະໜັບ ສະໜູນຕໍ່ການຜະລິດພືດພັນທັນຍາຫານ, ເນື້ອທີ່ປູກພືດພັນທັນຍາຫານຕາມແຜນການໄດ້ເພີ່ມຂຶ້ນຫຼາຍກວ່າປີກາຍນີ້.



ອີງຕາມຜົນການເກັບກຳຂໍ້ມູນດ້ານການຜະລິດກະສິກຳຂອງກະຊວງກະສິກຳແລະຊົນນະບົດຈີນສະແດງໃຫ້ເຫັນວ່າ: ປັດຈຸບັນ, ທົ່ວປະເທດຈີນໄດ້ປູກພືດພັນທັນຍາຫານໃນລະດູໃບໄມ້ປົ່ງສຳເລັດແລ້ວປະມານ 12.600.000 ເຮັກຕາ, ກວມ 19,8% ຂອງແຜນການທີ່ວາງໄວ້. ຄວາມຄືບໜ້າດ້ານການປູກຝັງໄດ້ເພີ່ມຂຶ້ນ0,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປີນີ້, ທົ່ວປະເທດຈີນມີແຜນການຈະປູກພືດພັນທັນຍາຫານໃນເນື້ອທີ່ຫຼາຍກວ່າ 118 ລ້ານເຮັກຕາ ເຊິ່ງໄດ້ເພີ່ມຂຶ້ນຫຼາຍກວ່າປີກາຍນີ້.



ປີນີ້ ລັດຖະບານຈະສືບຕໍ່ເພີ່ມທະວີການສະໜັບສະໜູນຕໍ່ການຜະລິດພືດພັນທັນຍາຫານ, ເພື່ອຮັກສາຄວາມໝັ້ນທ່ຽງດ້ານລາຍຮັບຈາກການປູກພືດພັນທັນຍາຫານຂອງຊາວກະສິກອນຕາມຄາດໝາຍ.