ອົງການພະລັງງານປະລະມານູສາກົນຢືນຢັນວ່າສິ່ງກໍ່ສ້າງນິວເຄລຍຂອງອີຣານບໍ່ໄດ້ຖືກທຳລາຍ

2024-04-20 15:36:27 cri


ວັນທີ 19 ເມສານີ້, ອົງການພະລັງງານປະລະມານູສາກົນໄດ້ລົງບົດຄວາມຜ່ານສື່ສັງຄົມອອນລາຍ, ໂດຍໄດ້ຢືນຢັນວ່າສິ່ງກໍ່ສ້າງນິວເຄລຍອີຣານບໍ່ໄດ້ຖືກທຳລາຍຈາກເຫດການລະເບີດທີ່ເກີດຂຶ້ນຢູ່ພາກກາງຂອງອີຣານ, ແລະກ່າວວ່າຈະສືບຕໍ່ຕິດຕາມສະພາບການທີ່ກ່ຽວຂ້ອງຢ່າງໃກ້ຊິດ.

ທ່ານຣາຟາເອວ ມາເຣຍໂນ ໂກຣຊີ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງຮັກສາຄວາມອົດກັ້ນຢ່າງສຸດຂີດ, ທ່ານກ່າວຢ້ຳຄືນວ່າສິ່ງກໍ່ສ້າງນິວເຄລຍບໍ່ຄວນກາຍເປັນເປົ້າໝາຍໂຈມຕີຈາກການປະທະກັນທາງທະຫານ.