ທ່ານວາງຢີ້ກ່າວວ່າ:ອົງການສະຫະປະຊາຊາດຮັບເອົາປາແລັດສະຕິນໂດຍໄວແມ່ນການແກ້ໄຂຄວາມບໍ່ຍຸຕິທຳທາງປະຫວັດສາດ

2024-04-21 15:25:43 CRI


   ວັນທີ 20 ເມສານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວຮ່ວມກັບທ່ານຈັສຕິນ ຕະຄັດເຊັນໂຄ ລັດຖະມົນຕີກະຊວງການຕ່າງປະເທດປາປົວນິວກີີເນຢູ່ທ່າກຳປັ່ນໂມເຣັສບີ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ອົງການສະຫະປະຊາຊາດຄວນເສີມຂະຫຍາຍບົດບາດເທົ່າທີ່ຄວນເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ,ສະພາຄວາມໝັ້ນຄົງຍິ່ງຄວນແບກຫາບໜ້າທີ່ຮັບຜິດຊອບທີ່ປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ. ປະຊາຄົມໂລກບໍ່ພໍໃຈ ແລະ ເສຍໃຈທີ່ສຸດຕໍ່ອາເມຣິກາພຽງປະເທດດຽວທີ່ປະຕິເສດປາແລັດສະຕິນກາຍເປັນປະເທດສະມາຊິກທາງການຂອງອົງການສະຫະປະຊາຊາດຢູ່ສະພາຄວາມໝັ້ນຄົງ. ອົງການສະຫະປະຊາຊາດຮັບເອົາປາແລັດສະຕິນໂດຍໄວ ແມ່ນການແກ້ໄຂຄວາມບໍ່ຍຸຕິທຳມາເປັນເວລາດົນນານທາງປະຫວັດສາດ, ແມ່ນພັນທະສາກົນທີ່ທຸກປະເທດສະມາຊິກອົງການສະຫະປະຊາຊາດກໍ່ຄວນປະຕິບັດຕາມ. ອາເມຣິກາກ່າວວ່າສະໜັບສະໜູນແຜນການສອງປະເທດ ກໍ່ຂໍໃຫ້ປະຕິບັດຕົວຈິງ.