ທ່ານສີຈິ້ນຜິງ ກັບ ປະທານາທິບໍດໄລຍະຂ້າມຜ່ານຂອງກາບົງສົ່ງສານອວຍພອນເຊິ່ງກັນແລະກັນເພື່ອຊົມເຊີຍສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີ

2024-04-21 11:55:52 CRI

    ວັນທີ 20 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ກັບ ທ່ານປຣິສໂອລີກຸຍ ເອັນກຸຍມາ ປະທານາທິບໍດີໄລຍະຂ້າມຜ່ານຂອງກາບົງໄດ້ສົ່ງສານອວຍພອນເຊິ່ງກັນແລະກັນ ເພື່ອຊົມເຊີຍສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີ.


    ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງຊີ້ອອກວ່າ: ຂ້າພະເຈົ້າເອົາໃຈໃສ່ນຳການຂະຫຍາຍການພົວພັນຈີນ-ກາບົງໃນລະດັບສູງ, ຍິນດີທຳຄວາມພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີເອັນກຸຍມາ, ຖືໂອກາດສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີເປັນຈຸດເລີ່ມຕົ້ນໃໝ່, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດ, ເຮັດໃຫ້ເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ກາບົງສົມບູນຂຶ້ນກວ່າເກົ່າ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນລະດັບສູງ.


    ເນື້ອໃນສານອວຍພອນຂອງທ່ານປຣິສ ໂອລີກຸຍ ເອັນກຸຍມາຂຽນວ່າ: ຍິນດີຮ່ວມກັບຈີນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກາບົງ-ຈີນໃຫ້ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜົນປະໂຫຍດແລະຄວາມສຸກໃຫ້ແກ່ປະຊາຊົນສອງປະເທດ.