ມີຜູ້ໃຫ້ສຳພາດທົ່ວໂລກເກືອບ 90% ຍ້ອງຍໍການປະກອບສ່ວນຂອງຈີນໃນການພັດທະນາແບບສີຂຽວຂອງໂລກ

2024-04-21 14:40:21 CRI

ໃນຂະນະທີ່ລົດພະລັງງານໃໝ່, ແບັດເຕີຣີລິສຽມ (lithium)ແລະຜະລິດຕະພັນໄຟຟ້າແສງຕາເວັນຂອງຈີນໄດ້ຮັບຄວາມນິຍົມຫຼາຍໃນຕະຫຼາດທົ່ວໂລກ, ມີການປ່າວຂ່າວກ່ຽວກັບ “ຄວາມສາມາດການຜະລິດຜະລິດຕະພັນພະລັງງານໃໝ່ຂອງຈີນຫຼາຍເກີນໄປ” ນັບມື້ນັບຫຼາຍຂຶ້ນ. ແຕ່ວ່າ, ການສຳຫຼວດປະຊາມະຕິທົ່ວໂລກສະບັບໜຶ່ງຂອງ CGTN ວິທະຍຸໂທລະພາບສູນກາງຈີນຫຼື CMG ທີ່ເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ມີຜູ້ໃຫ້ສຳພາດທົ່ວໂລກ 88,62% ໄດ້ສະແດງຄວາມຍ້ອງຍໍຕໍ່ອຸດສາຫະກຳພະລັງງານໃໝ່ຂອງຈີນທີ່ໄດ້ປະກອບສ່ວນເຂົ້າໃນເສດຖະກິດຂອງໂລກແລະການພັດທະນາແບບສີຂຽວຂອງໂລກ. ມີຜູ້ໃຫ້ສຳພາດທົ່ວໂລກ 84,86% ເຫັນວ່າ: ເຕັກນິກແລະຜະລິດຕະພັນພະລັງງານໃໝ່ຍັງມີຄວາມຕ້ອງການແລະກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃນຕະຫຼາດທົ່ວໂລກ, ຖ້ອຍຄວາມທີ່ວ່າ “ຫຼາຍເກີນໄປ” ບໍ່ມີຂໍ້ອ້າງອີງ. ນອກນີ້, ມີຜູ້ໃຫ້ສຳພາດ 86,05% ເຫັນວ່າຄວາມສາມາດການຜະລິດແມ່ນຂຶ້ນຢູ່ກັບການພົວພັນລະຫວ່າງການສະໜອງແລະຄວາມຕ້ອງການ, ການຜະລິດຫຼາຍກວ່າຄວາມຕ້ອງການຢ່າງເໝາະສົມແມ່ນມີຜົນດີຕໍ່ການແຂ່ງຂັນຢ່າງເຕັມທີ່ແລະຄວາມຢູ່ລອດຂອງຜູ້ທີ່ເໝາະສົມທີ່ສຸດ.