ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດປາປົວນິວກິເນ

2024-04-21 14:38:20 CRI

 

ວັນທີ 20 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານຈັສຕິນ ຕາຄັດເຊນໂຄ, ລັດຖະມົນຕີກະຊວງການຕ່າງປະເທດປາປົວນິວກີເນຢູ່ທ່າກຳປັ່ນໂມເຣັສບີເຊິ່ງເປັນນະຄອນຫຼວງຂອງປາປົວນິວກີເນ.

 

ທ່ານຫວາງຢີ້ກ່າວວ່າ: ຈີນໄດ້ຂະຫຍາຍການພົວພັນສອງຝ່າຍຈາກທັດສະນະໄລຍະຍາວຢ່າງສະເໝີຕົ້ນສະເໝີປາຍ. ຍິນດີຮ່ວມກັບປາປົວນິວກິເນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງປະເທດຕື່ມອີກ, ສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ມີລະດັບສູງກວ່າເກົ່າແລະມີຄຸນນະພາບສູງກວ່າເກົ່າ. ສອງຝ່າຍຄວນຈັດຕັ້ງປະຕິບັດແລະຊຸກຍູ້ແຜນການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າການລົງທຶນແລະຂົງເຂດອື່ນໆ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

 

ທ່ານຈັສຕິນ ຕາຄັດເຊນໂຄກ່າວວ່າ, ປາປົວນິວກີເນຄອງຄອຍເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ໂທລະຄົມແລະຂົງເຂດອື່ນໆ, ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນດ້ານບຸກຄະລາກອນລະຫວ່າງສອງປະເທດ.