ຂ່າວສານບຣູມເບີກ: ຈີນຈະເປັນຜູ້ປະກອບສ່ວນທີ່ໃຫຍ່ທີ່ສຸດຕໍ່ການເຕີບໂຕຂອງເສດຖະກິດໂລກໃນ 5 ປີຂ້າງໜ້າ

2024-04-21 15:11:11 CRI

     ຂ່າວສານບຣູມເບີກ(Bloomberg)ຂອງອາເມຣິກາຄາດຄະເນວ່າ: ຈີນຈະເປັນຜູ້ປະກອບສ່ວນທີ່ໃຫຍ່ທີ່ສຸດຕໍ່ການເຕີບໂຕຂອງເສດຖະກິດໂລກໃນ 5 ປີຂ້າງໜ້າ, ອັດຕາປະກອບສ່ວນຈະສູງກວ່າຍອດປະລິມານຂອງປະເທດທັງໝົດໃນກຸ່ມ G7, ເກືອບ 2 ເທົ່າຂອງອາເມຣິກາ.



     ຕາມການສະຖິຕິຂອງຂ່າວສານບຣູມເບີກໂດຍອີງຕາມຂໍ້ມູນຄາດໝາຍດ້ານເສດຖະກິດສະບັບຫຼ້າສຸດຂອງກອງທຶນເງິນຕາສາກົນຫຼື IMF ສະແດໃຫ້ເຫັນວ່າ: ນັບແຕ່ປີ 2024 ຫາປີ 2029, ໃນການເຄື່ອນໄຫວເສຖະກິດທີ່ເພີ່ມໃໝ່ໃນທົ່ວໂລກ, ຈີນຈະກວມປະມານ 21%, ກຸ່ມ G7 ຈະກວມປະມານ 20%, ສ່ວນອາເມຣິກາຈະກວມປະມານ 12%.