ຜູ້ຕ້ອງຫາຫຼອກລວງດ້ວຍການພະນັນ 680 ກວ່າຄົນຖືກຄຸມຕົວສົ່ງກັບຄືນປະເທດຈີນຈາກກຳປູເຈຍ

2024-04-21 15:21:49 CRI

 

    ກະຊວງປ້ອງກັນຄວາມສະຫງົບຈີນແຈ້ງໃຫ້ຮູ້ວ່າ, ຕອນເຊົ້າວັນທີ 21 ເມສານີ້, ຄຽງຄູ່ກັບຍົນຮັບເໝົາສອງລຳຂອງການບິນພົນລະເຮືອນຈີນລົງຈອດຢູ່ສະໜາມບິນສາກົນທ່ຽນເຮີ ນະຄອນອູຮັ້ນແຂວງຫູເປຈີນ, ຜູ້ຕ້ອງຫາສັນຊາດຈີນທີ່ຫຼອກລວງດ້ວຍການພະນັນ 135 ຄົນຖືກອົງການປ້ອງກັນຄວາມສະຫງົບຈີນຄຸມຕົວສົ່ງກັບຄືນປະເທດຈີນຈາກກຳປູເຈຍ. ນັບມາຮອດປັດຈຸບັນນີ້,ຜູ້ຕ້ອງຫາສັນຊາດຈີນທີຫຼອກລວງດ້ວຍການພະນັນ 680 ກວ່າຄົນທີ່່ຖືກຕຳຫຼວດກຳປູເຈຍຈັບຕົວນັ້ນລ້ວນແຕ່ໄດ້ຖືກອົງການປ້ອງກັນຄວາມສະຫງົບຈີນຄຸມຕົວສົ່ງກັບຄືນຮອດປະເທດຈີນແລ້ວ.



    ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງປ້ອງກັນຄວາມສະຫງົບຈີນແຈ້ງໃຫ້ຮູ້ວ່າ:ອົງການປ້ອງກັນຄວາມສະຫງົບຈີນຈະສືບຕໍ່ຮັກສາຫານໂຈມຕີຢ່າງເຂັ້ມງວດຕໍ່ອາດຊະຍາກຳປະເພດນີ້ຢ່າງສະເໝີຕົ້ນສະເໝີປາຍ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດແລະ ຊັບສິນຂອງປະຊາຊົນທັງຫຼາຍ.